ລະວັງໄພໂຈມຕີໄຊເບີ
ຜູ້ຊ່ຽວຊານເຕືອນອາດມີການໂຈມຕີທາງໄຊເບີອີກຫລາຍເທື່ອ, ພາຍຫລັງຄອມພິວເຕີ 200.000 ກວ່າໜ່ວຍຕິດມັລແວຣ໌ເອີ້ນຄ່າໄຖ່ WannaCry ເຕືອນຜູ້ໃຊ້ຄວນອັບເດດລະບົບ ເພື່ອແກ້ໄຂຂໍ້ບົກຜ່ອງ ແລະ ສຳຮອງໄຟລ໌ແຍກໄວ້ຕ່າງຫາກ.
ມັລແວຣ໌ເອີ້ນຄ່າໄຖ່ WannaCry ຈະລ໊ອກໄຟລ໌ໃນຄອມພິວເຕີທີ່ຕິດມັລແວຣ໌ ແລະ ຈະປົດລ໊ອກໃຫ້ເມື່ອໄດ້ຮັບຄ່າໄຖ່ແລ້ວ. ໃນໄລຍະຜ່ານມາມີ 150 ປະເທດໄດ້ຮັບຜົນກະທົບ ໂດຍສະຫະຣາຊະອານາຈັກ ແລະ ຣັດເຊຍ ເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ. ລະບົບຄອມພິວເຕີຂອງໂຮງໝໍຫລາຍແຫ່ງຢູ່ສະຫະຣາຊະອານາຈັກ, ລົດໄຟຢູ່ເຢຍລະມັນ ແລະ ບໍລິສັດຫລາຍແຫ່ງທົ່ວໂລກຖືກໂຈມຕີຈາກມັລແວຣ໌.
+ ໄມໂຄຣຊອບຕຳນິລັດຖະບານອາເມລິກາ ເປັນສາເຫດໂຈມຕີທາງໄຊເບີ
+ Ransomware WannaCry ການໂຈມຕີເທື່ອທີສອງອາດກັບມາອີກ
+ ເຕືອນໄພ !!! ໄວຣັສຄອມພິວເຕີ WannaCry Ransomwareທີ່ພວມແຜ່ລະບາດໃນປັດຈຸບັນ
ໂດຍຄອມພິວເຕີທີ່ຕິດມັລແວຣ໌ WannaCry ໃຊ້ລະບົບ Microsoft Windows, ທາງ Microsoft ໄດ້ອອກມາຕຳໜິລັດຖະບານປະເທດຕ່າງໆວ່າບໍ່ຍອມເປີດເຜີຍຄວາມສ່ຽງດ້ານຊອບແວຣ໌ ແລະ ຄາດວ່າຜູ້ເຈາະຂໍ້ມູນໄດ້ລັກເອົາວິທີການແຜ່ມັລແວຣ໌ຈາກທາງການອາເມລິກາ.