ແຂວງອຸດົມໄຊ ມີຄູອາສາສະໝັກຫລາຍກວ່າ 700 ຄົນ ຍັງບໍ່ໄດ້ບັນຈຸເຂົ້າເປັນລັດຖະກອນ


ທ່ານ ນາງ ສົມຈັນ ຈິດ ວົງເດືອນ ສະມາຊິກສະພາ ແຫ່ງຊາດ ເຂດເລືອກຕັ້ງ ທີ 4 ແຂວງ ອຸດົມໄຊ ໄດ້ລາຍ ງານຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ VI ຂອງ ສະພາແຫ່ງຊາດ ຊຸດທີ VIII ຊຶ່ງພວມດໍາເນີນຢູ່ໃນປັດຈຸ ບັນວ່າ: ໃນປັດຈຸບັນຢູ່ແຂວງ ອຸດົມໄຊ ມີບັນດາພະນັກງານ ອາສາສະໝັກເປັນຈໍານວນ ຫຼາຍ ຍັງບໍ່ທັນໄດ້ຮັບການ ຊັບຊ້ອນບັນຈຸເຂົ້າເປັນລັດ ຖະກອນ ເຊິ່ງບາງຄົນເຮັດ ວຽກມາເປັນເວລາ 10 ກວ່າ ປີແລ້ວ, ໜັກໜ່ວງກວ່າ ໝູ່ແມ່ນຖັນແຖວຄູອາສາ ສະໝັກມີຫຼາຍເຖິງ 700 ກວ່າຄົນ, ກໍຍັງບໍ່ທັນໄດ້ບັນ ຈຸ ເຂົ້າເປັນລັດຖະກອນ, ເຊິ່ງ ບາງຄົນກໍໄດ້ເສຍສະຫຼະໄປ ສິດສອນຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກມາ ແລ້ວ ຫຼາຍປີ ເຖິງວ່າຍັງບໍ່ໄດ້ ຮັບເງິນນະໂຍບາຍໃດໆແຕ່ ກໍໄດ້ຕັດສິນໃຈສິດສອນ ດ້ວຍຄວາມມັກຮັກ ແລະ ຢາກເຮັດວຽກໃນສາຍ ທີ່ຕົນຮໍ່າຮຽນມາ, ເຊິ່ງບັນ ຫານີ້ເປັນບັນຫາທີ່ເຄັ່ງ ຮ້ອນ ແລະ ຜ່ານມາກໍໄດ້ ນໍາ ສະເໜີຈາກປະຊາຊົນເປັນ ຈໍານວນຫຼາຍ ເພື່ອໃຫ້ເບື້ອງ ລັດ ເອົາໃຈໃສ່ແກ້ໄຂ.
+ ກະຕັນຍູກະຕະເວທີຕໍ່ຄູ-ອາຈານຜູ້ທີ່ມີບຸນຄຸນ2018/
+ ນັກຮຽນດີຮຽນເກັ່ງກໍຍ້ອນຄູ-ອາຈານສອນດີສອນເກັ່ງ2018/
ປັດຈຸບັນຢູ່ຫຼາຍຂະ ແໜງການ ແລະ ຂົງເຂດ ວຽກງານຕ່າງໆ ເຊັ່ນ: ຂະ ແໜງກະສິກໍາ, ສາທາລະນະ ສຸກ, ສຶກສາ ແລະ ຂະແໜງ ການອື່ນໆ ກໍຍັງສືບຕໍ່ຮັບ ເອົາພະນັກງານອາສາສະ ໝັກ ເຖິງແມ່ນວ່າ ບາງຂະ ແໜງການບໍ່ມີບ້ວງເງິນນະ ໂຍບາຍໃດໆ ແລະ ບາງຂະ ແໜງການກໍມີແຕ່ກໍໜ້ອຍ ທີ່ສຸດເດືອນໜຶ່ງປະມານ 2 ແສນ-5 ແສນກີບເທົ່ານັ້ນ, ຊຶ່ງບໍ່ພຽງພໍກັບການໃຊ້ຈ່າຍ ໃນຊີວິດປະຈໍາວັນແຕ່ຢ່າງ ໃດ ແຕ່ເຂົາກໍໄດ້ພະຍາຍາມ ເຮັດໄປເພື່ອມີຄວາມຫວັງ ວ່າຈະໄດ້ເຂົ້າເປັນລັດຖະ ກອນ, ແຕ່ວັນຄອງຄອຍ ດັ່ງກ່າວກໍເກືອບຈະສິ້ນຫວັງແລ້ວ ແລະ ຕໍ່ກອງປະຊຸມສະ ພາຄັ້ງນີ້ ເບື້ອງລັດລະບານ ກໍໄດ້ປະກາດຈະຫຼຸດໂກຕ້າ ຂອງລັດຖະກອນໃໝ່ລົງຈາກ 3.000 ຄົນ ໃນເມື່ອນກ່ອນ ມາເປັນ 1.500 ຄົນເທົ່ານັ້ນ. ບັນຫານີ້ກໍເປັນໜ້າໜັກໃຈ ຊຶ່ງເບື້ອງສະພາແຫ່ງຊາດ ກໍພຽງສະເໜີໃຫ້ລັດຖະບານມີການຄົ້ນຄວ້າຄືນຕື່ມອີກ ເພື່ອເພີ່ມໂກຕ້າຕໍ່າສຸດ 2 ພັນ ຄົນ ຫຼື 3 ພັນຄົນຄືເກົ່າ.

