UN ຍົກເວັ້ນຂວ້ຳບາດໃຫ້ ສ.ເກົາຫລີ ສຳຫລວດສ້າງທາງລົດໄຟສອງເກົາຫລີ
ສ.ເກົາຫລີ ເປີດເຜີຍວ່າ: ໄດ້ຮັບການຍົກເວັ້ນຂວ້ຳບາດຈາກສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໃຫ້ສຳຫລວດການສ້າງທາງລົດໄຟເຊື່ອມສອງເກົາຫລີ, ເປັນບາດກ້າວທຳອິດຂອງການເຊື່ອມເສັ້ນທາງລົດໄຟ ແລະ ທາງຖະໜົນ ສປປ ເກົາຫລີ – ສ.ເກົາຫລີ ອີກເທື່ອໜຶ່ງ ຫລັງຈາກຖືກຕັດໄປໄລຍະສົງຄາມເກົາຫລີປີ 1950-1953.
ໂຄສົກທຳນຽບປະທານາທິບໍດີ ສ.ເກົາຫລີ ຖະແຫລງໃນວັນທີ 25 ພະຈິກວ່າ: ການຍົກເວັ້ນຂວ້ຳບາດມີຜົນຢ່າງຍິ່ງ ເພາະສະແດງໃຫ້ເຫັນວ່າໂຄງການນີ້ໄດ້ຮັບການຮັບຮອງ ແລະ ຍອມຮັບຈາກອາເມລິກາ ແລະ ປະຊາຄົມໂລກ, ຫວັງວ່າການກໍ່ສ້າງທາງລົດໄຟຈະສຳເລັດໃນໄວໆນີ້ ແລະ ຈະຊ່ວຍຍົກລະດັບການຮ່ວມມືສອງເກົາຫລີຂຶ້ນໄປອີກຂັ້ນ. ປະທານາທິບໍດີ ມຸນ ແຈອິນ ຂອງ ສ.ເກົາຫລີ ແລະ ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ເຫັນພ້ອມໃນກອງປະຊຸມສຸດຍອດຄັ້ງທຳອິດ ໃນເດືອນເມສາວ່າ: ຈະດຳເນີນມາດຕະການທີ່ເປັນຮູບປະທຳ ເພື່ອເຊື່ອມຕໍ່ທາງລົດໄຟ ແລະ ທາງລົດອີກເທື່ອໜຶ່ງ ອັນເປັນສ່ວນໜຶ່ງຂອງຄວາມພະຍາຍາມປັບປຸງການພົວພັນລະຫວ່າງກັນ.
ສຳນັກຂ່າວຢອນຮັບລາຍງານວ່າ: ສ.ເກົາຫລີ ໄດ້ຂໍໃຫ້ UNSC ຍົກເວັ້ນຂວ້ຳບາດ ເພື່ອລຳລຽງເຊື້ອໄຟ ແລະ ອຸປະກອນທີ່ຈຳເປັນຕໍ່ການສຳຫລວດທາງລົດໄຟໃນ ສປປ ເກົາຫລີ ເນື່ອງຈາກປັດຈຸບັນ ສປປ ເກົາຫລີ ຖືກ UN ຂວ້ຳບາດໃນວົງກວ້າງຈາກເລື່ອງໂຄງການນິວເຄຼຍ ແລະ ລູກສອນໄຟ. ສອງເກົາຫລີຕົກລົງໃນເດືອນຕຸລາວ່າ: ຈະຮ່ວມກັນສຳຫລວດພາກສະໜາມເລື່ອງສ້າງທາງລົດໄຟ ແລະ ຈະມີພິທີວາງສີລາລືກປະມານເດືອນພະຈິກ ຫລື ທັນວາ, ແຕ່ແຜນການຕ້ອງເລື່ອນອອກໄປ ເມື່ອການເຈລະຈາລະຫວ່າງ ສປປ ເກົາຫລີ ກັບ ອາເມລິກາ ຢຸດສະງັກ ຫລັງກອງປະຊຸມສຸດຍອດເທື່ອທຳອິດລະຫວ່າງປະທານາທິບໍດີ ໂດນັລ ທຣຳ ກັບທ່ານ ກິມ ຈ໋ອງອຸນ ໃນເດືອນມິຖຸນາ, ສປປ ເກົາຫລີ ຜິດຫວັງທີ່ອາເມລິກາ ຢືນຢັນວ່າ: ບັນດາປະເທດຈະຕ້ອງຮັກສາມາດຕະການຂວ້ຳບາດ ສປປ ເກົາຫລີ ໄວ້ກ່ອນ ຈົນກວ່າ ສປປ ເກົາຫລີ ຈະຍົກເລີກໂຄງການອາວຸດນິວເຄຼຍ.