ບາເຊໂລນາ ອາດແຖມ 1 ນັກເຕະ ລໍ້ ເປແອສເຊ ປ່ອຍ ເນມາ
ໂກລ ສື່ບານເຕະຊື່ດັງ ລາຍງານວ່າ: ບາເຊໂລນາ ຄິດຈະແຖມ ອຸສມານ ເດມເບເລ່ ຫົວຫອກຊາວຝຣັ່ງເປັນໜຶ່ງໃນເງື່ອນໄຂສຳລັບການຂໍຊື້ ເນມາ ດາວຍິງ ປາຣີ ແຊງແຊກແມງ ມາເສີມຄວາມແກ່ນໃນຊ່ວງເດືອນມັງກອນນີ້. ຂະນະທີ່ ເດມເບເລ່ ກໍຂໍຍ້າຍທີມຄືກັນ.
ບາເຊໂລນາ ສະໂມສອນຍັກໃຫຍ່ແຫ່ງ ລາ ລີກາ ສະເປນ ກຳລັງຄິດຈະໃສ່ ອຸສມານ ເດມເບເລ່ ກອງໜ້າຊາວຝຣັ່ງເປັນສ່ວນໜຶ່ງສຳລັບການຍື່ນຂໍ້ສະເໜີຂໍຊື້ ເນມາ ດາວຍິງຄົນດັງຂອງ ປາຣີ ແຊງແຊກແມງ ມາຮ່ວມທີມ.
ເດມເບເລ່ ຕົກເປັນຂ່າວວ່າມີບັນຫາເລື່ອງລະບຽບວິໄນຢ່າງໜັກຕະຫລອດໄລຍະຜ່ານມາ ເຊັ່ນຂ່າວລືວ່າລາວຫລິ້ນເກມກັບໝູ່ຈົນເດິກ ຈົນເຮັດໃຫ້ຕື່ນບໍ່ທັນສຳລັບການຊ້ອມໃນມື້ຕໍ່ມາ ເຊິ່ງເປັນສົ່ງຜົນໃຫ້ເກີດຂ່າວລືວ່າລາວອາດຈະຖືກປ່ອຍອອກຈາກທີມໃນອະນາຄົດອັນໃກ້ນີ້.
ເຖິງວ່າ ເດມເບເລ່ ຈະຫາກໍຍິງປະຕູຊ່ວຍໃຫ້ ບາເຊໂລນາ ບຸກໄປສະເໝີ ແອດເລຕິໂກ ມາດຣິດ 1-1 ໃນຊ່ວງທ້າຍເກມ ວັນທີ 24 ພະຈິກຜ່ານມາ ແຕ່ມັນບໍ່ໄດ້ເຮັດໃຫ້ອະນາຄົດຂອງລາວດີຂຶ້ນ ຈົນຫລ້າສຸດ ໂກລ ລາຍງານວ່າ: ອາຊູລກາຣານ່າ ຕັ້ງໃຈຈະໃສ່ລາວເປັນຕົວແຖມ ຖ້າເກີດພວກເຂົາຕັດສິນໃຈຍື່ນຂໍ້ສະເໜີຂໍຊື້ ເນມາ ມາຮ່ວມທີມ ໃນຊ່ວງເດືອນມັງກອນນີ້.
ໂກລ ກ່າວອີກວ່າ: ເດມເບເລ່ ຂໍໃຫ້ຕົ້ນສັງກັດອະນຸຍາດໃຫ້ລາວໄດ້ຍ້າຍອອກຈາກທີມໃນຊ່ວງເດືອນທຳອິດຂອງປີ 2019 ຄືກັນ ເຊິ່ງຖ້າ ບາເຊໂລນາ ໃສ່ດາວເຕະຊາວຝຣັ່ງເປັນເງື່ອນໄຂໃນການຂໍຊື້ ເນມາ ແທ້ ມັນຈະເປັນຂ່າວຮ້າຍຕໍ່ ລິເວີພູລ ກັບ ອາເຊນອລ ທັນທີ ຫລັງຈາກລືກັນວ່າທັງສອງທີມດັ່ງກ່າວໃຫ້ຄວາມສົນໃຈນັກເຕະໄວ 21 ປີຢູ່.