ສສຊ ສະເໜີລັດກວດຄືນການຄິດໄລ່ຕົວເລກຄາດໝາຍເສດຖະກິດ
ສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍເຂດ ໄດ້ສະເໜີລັດຖະບານເອົາໃຈໃສ່ການຄິດໄລ່ລວມຍອດຜະລິດຕະພັນພາຍໃນໃຫ້ຊັດເຈນ, ພ້ອມທັງກວດຄືນຄາດໝາຍທາງດ້ານເສດຖະກິດມະຫາພາກ ເພື່ອຮັບປະກັນການຂະຫຍາຍຕົວຂອງແຕ່ລະຂະແໜງການໃນໂຄງປະກອບເສດຖະກິດທີ່ຈະໃຫ້ມີການເຕີບໂຕໃນລະດັບ 6,7% ໃນປີ 2019, ພ້ອມທັງສະເໜີລັດຖະບານເອົາໃຈໃສ່ລະດົມແຫລ່ງທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດລົງທຶນໃນຮູບແບບ BOT ໃນການກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນເສັ້ນທາງ, ການຜະລິດກະສິກຳເປັນສິນຄ້າ ແລະ ການບໍລິການອື່ນໆ, ເອົາໃຈໃສ່ນຳໃຊ້ແຫລ່ງເງິນກູ້ຢືມດັ່ງກ່າວໃຫ້ຖືກຕ້ອງຕາມເປົ້າໝາຍ, ມີປະສິດທິຜົນ ແລະ ໂປ່ງໃສ, ຈັດຕັ້ງຜັນຂະຫຍາຍການປະຕິບັດກົດໝາຍ ແລະ ນິຕິກຳທີ່ກ່ຽວພັນກັບພັນທະອາກອນຕໍ່ລັດ, ກວດຄືນ ແລະ ແກ້ໄຂສັນຍາການລົງທຶນ ແລະ ການກູ້ຢືມກັບຕ່າງປະເທດທີ່ພົວພັນກັບການຍົກເວັ້ນພາສີອາກອນຕ່າງໆທີ່ບໍ່ສອດຄ່ອງລະບຽບກົດໝາຍ, ພ້ອມທັງຮີບຮ້ອນສັງລວມໜີ້ສາທາລະນະມາຮອດປັດຈຸບັນ ໂດຍແຍກໃຫ້ຈະແຈ້ງລະຫວ່າງບ້ວງເງິນກູ້ຢືມພາຍໃນ ແລະ ຕ່າງປະເທດ, ພ້ອມທັງສ້າງແຜນຊຳລະໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ແລ້ວລາຍງານຄະນະປະຈຳສະພາແຫ່ງຊາດກ່ອນເດືອນພຶດສະພາ 2019. ນອກນີ້ ສະເໜີໃຫ້ລັດຖະບານມີນະໂຍບາຍ ແລະ ມາດຕະການທີ່ຊັດເຈນ ເພື່ອຮັບປະກັນປະຕິບັດຄາດໝາຍຂອງແຜນເງິນຕາເຊັ່ນ: ຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ, ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບ 5% ຕໍ່ປີ, ຄຸ້ມຄອງປະລິມານເງິນຕາຕ່າງປະເທດ (M2) ໃຫ້ເພີ່ມຂຶ້ນໃນລະດັບບໍ່ເກີນ 20% ທຽບໃສ່ປີຜ່ານມາ, ສ່ວນວຽກງານການກວດສອບ-ກວດກາລັດ, ສສຊ ສະເໜີໃຫ້ລັດຖະບານ ກໍຄືອົງການກ່ຽວຂ້ອງຍົກສູງຄຸນນະພາບການກວດສອບໃຫ້ມີການວິເຄາະ-ວິໄຈ ແລະ ຮູ້ໄດ້ສາເຫດການລະເມີດລະບຽບກົດໝາຍຂອງຫົວໜ່ວຍງົບປະມານ ເພື່ອໃຫ້ສາມາດແກ້ໄຂໄດ້ຖືກຈຸດ ແລະ ສະເໜີໃຫ້ມີມາດຕະການເພີ່ມຄື: ຊີ້ນຳໃຫ້ຫົວໜ່ວຍງົບປະມານທີ່ຖືກກວດສອບມອບເງິນລາຍຮັບທີ່ກວດເຫັນເພີ່ມທີ່ເຫລືອຈາກການໃຊ້ຈ່າຍຜ່ານມາມອບເຂົ້າເປັນລາຍຮັບງົບປະມານໃນປີ 2019, ເອົາໃຈໃສ່ປະຕິບັດມາດຕະການແນະນຳແກ້ໄຂຜົນກວດສອບຕາມບົດບັນທຶກຜົນການກວດສອບ, ເອົາໃຈໃສ່ກວດກາຄວາມຮັບຜິດຊອບການເມືອງຂອງພະນັກງານການນຳທຸກຂັ້ນຂອງຫົວໜ່ວຍງົບປະມານ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບຕໍ່ວຽກງານຂອງຕົນໃຫ້ດີຂຶ້ນກວ່າເກົ່າ.