ເກີດເຫດຄົນຮ້າຍລັກພຣະພຸດທະຮູບຫລາຍອົງຢູ່ວັດໂພນໄຊແຂວງຫລວງພະບາງ
November 27, 2018 - 6:01 PM
ເຈົ້າໜ້າທີ່ ປກສ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເມື່ອທ້າຍອາທິດຜ່ານມານີ້, ເກີດເຫດມີຄົນຮ້າຍງັດປະຕູສິມວັດໂພນໄຊແຂວງຫລວງພະບາງແລ້ວໄປລັກເອົາພຣະພຸດທະຮູບເກົ່າແກ່ 4 ອົງຄື: ອົງທີ 1 ເປັນພຣະພຸດທະຮູບທອງດໍາ ຂະໜາດໜ້າຕັກປະມານ 50 ຊັງຕີແມັດ, ປະດິດສະຖານຢູ່ທີ່ໜ້າພຣະເຈົ້າໃຫຍ່, ອົງທີ 2 ເປັນພຣະພຸດທະຮູບນັ່ງສະມາທິປະດິດສະຖານຢູ່ແທ່ນຕໍ່າຂ້າງພຣະເຈົ້າໃຫຍ່ ແລະ ພຣະພຸດທະຮູບອົງອື່ນໆ, ໂດຍພຣະຈຳນວນດັ່ງກ່າວແມ່ນທາງແຂວງໄດ້ຂຶ້ນທະບຽນໄວ້ແລ້ວ, ທັງຍັງເປັນພຣະພຸດທະຮູບເກົ່າແກ່, ຊຶ່ງປັດຈຸບັນເຈົ້າໜ້າທີ່ກຳລັງຕິດຕາມຄົນຮ້າຍມາດຳເນີນຄະດີໃຫ້ໄດ້ໂດຍໄວ.