ຄໍາມ່ວນ ລົບລ້າງໃບອະນຸຍາດໂຮງງານປຸງແຕ່ງ 4 ແຫ່ງເຄື່ອນໄຫວບໍ່ຖືກຕ້ອງ
ໂດຍອີງໃສ່ຄໍາສັ່ງເລກທີ 15/ນຍ ເຊິ່ງມີເປົ້າໝາຍຄື: ເນັ້ນໃສ່ມາດຕະຖານດ້ານເຕັກນິກຂອງໂຮງງານ, ວັດຖຸດິບທີ່ມີຢູ່ , ການຊໍາລະພັນທະອາກອນ, ຈຸດທີ່ຕັ້ງຕົວຈິງ ແລະ ການດໍາເນີນກິດຈະການທີ່ຜິດຕໍ່ລະບຽບກົດໝາຍ ໃນວັນທີ 23 ພະຈິກຜ່ານມານີ້ ທ່ານເຈົ້າແຂວງຄໍາມ່ວນ ຈຶ່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 2015/ຈຂຄມ ວ່າດ້ວຍການລົບລ້າງໃບອະນຸຍາດດໍາເນີນທຸລະກິດທັງໝົດຂອງໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີ້ 4 ແຫ່ງ ໃນຈໍານວນ 27 ແຫ່ງນອນຢູ່ໃນ 5 ຕົວເມືອງທີ່ຄະນະສະເພາະກິດຄຸ້ມຄອງ, ກວດກາດັດສົມໂຮງງານປຸງແຕ່ງໄມ້ຂັ້ນແຂວງໄດ້ລົງໄປຕິດຕາມ, ກວດກາຕົວຈິງຄື: ໂຮງງານເຟີນີເຈີ້ໄມ້ພູຄໍາ ເມືອງທ່າແຂກ, ໂຮງງານປຸງແຕ່ງໄມ້ສໍາເລັດຮູບສາຍພູຫຼວງ ເມືອງບົວລະພາ, ໂຮງງານປຸງແຕ່ງໄມ້ສໍາເລັດຮູບຄໍາມ່ວນພັດທະນາ ເມືອງໄຊພູທອງ ແລະ ໂຮງງານປຸງແຕ່ງໄມ້ສໍາເລັດຮູບທະວີໄຊ ເມືອງມະຫາໄຊ.
ຫຼັງຈາກມີການຍຸບເລິກ 4 ໂຮງງານໄປແລ້ວມາຮອດປັດຈຸບັນຖືວ່າແຂວງຄໍາມ່ວນມີໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີ້ພຽງ 67 ແຫ່ງ.