ຕົ້ນເຫດເຮັດໃຫ້ເສັ້ນຜົມຂອງທ່ານແຕກປາຍ
November 28, 2018 - 12:11 PM
ເສັ້ນຜົມແຕກປາຍ ຍ້ອນຂາດວິຕາມິນ. ເສັ້ນຜົມທຸກເສັ້ນຈະມີຮາກຜົມຕິດກັບຮູຂຸມຂົນເທິງໜັງຫົວ ແລະ ຈະມີການປົ່ງຍາວ ໄດ້ຕໍ່ເນື່ອງເມື່ອໄດ້ຮັບວິຕາມິນຈາກຮາກຜົມເທິງໜັງຫົວ ແລ້ວສົ່ງໄປຕາມຄວາມຍາວຂອງທໍ່ສົ່ງອາຫານທີ່ຢູ່ພາຍໃນເສັ້ນຜົມຈົນສູ່ ປາຍສຸດຂອງຜົມ ໂດຍທົ່ວໄປທໍ່ສົ່ງອາຫານມັກຕິດຂັດ ຫລື ສົ່ງໄປບໍ່ເຖິງປາຍເສັ້ນຜົມ ເຮັດໃຫ້ເສັ້ນຜົມຂາດວິຕາມິນໄປຫລໍ່ລ້ຽງເສັ້ນຜົມຈຶ່ງແຫ້ງ ແລະ ແຕກປາຍໃນທີ່ສຸດ.
ສະນັ້ນ, ຜູ້ໃດມັກຈົ່ງຜົມຍາວຈຶ່ງຄວນກິນອາຫານທີ່ມີວິຕາມິນບຳລຸງເສັ້ນຜົມຫລາຍໆ ແລະ ໝັ່ນນວດບຳລຸງເເສັ້ນຜົມເປັນປະຈຳ ທັງນີ້ກໍເພື່ອໃຫ້ເສັ້ນຜົມງາມ ແລະ ປາສະຈາກບັນຫາຜົມແຕກປາຍ.