ລັດຖະບານນູແວນເຊລັງບໍ່ອະນຸມັດ ແຜນໃຊ້ອຸປະກອນ 5G ຂອງຫົວເຫວີຍ
ໜ່ວຍງານລັດຖະບານນູແວນເຊລັງບໍ່ອະນຸມັດຂໍ້ສະເໜີຂອງບໍລິສັດເອກະຊົນເລື່ອງໃຊ້ອຸປະກອນ 5ຈີ (5G) ຂອງຫົວເຫວີຍ ເຕັກໂນໂລຊີໃນການວາງເຄືອຂ່າຍ ໂດຍອ້າງເລື່ອງຄວາມສ່ຽງດ້ານຄວາມໝັ້ນຄົງແຫ່ງຊາດ.
ສະປຣາກ ນູແວນເຊລັງ ບໍລິສັດໂທລະຄົມມະນາຄົມນູແວນເຊລັງ ຖະແຫລງວ່າ: ຜູ້ອຳນວຍການສຳນັກງານຄວາມປອດໄພການສື່ສານລັດຖະບານ (GCSB) ບໍ່ອະນຸມັດຂໍ້ສະເໜີດັ່ງກ່າວ ເຮັດໃຫ້ບໍລິສັດບໍ່ສາມາດໃຊ້ອຸປະກອນຂອງຫົວເຫວີຍ ເຊິ່ງເປັນບໍລິສັດຈີນໃນການວາງເຄືອຂ່າຍລະບົບ 5G ແຕ່ບໍລິສັດຍັງໝັ້ນໃຈວ່າເລື່ອງນີ້ຈະບໍ່ກະທົບຕໍ່ແຜນການເປີດຕົວເຄືອຂ່າຍ 5G ພາຍໃນວັນທີ 1 ກໍລະກົດ 2020.
ເດືອນສິງຫາປີນີ້ ອົດສະຕຣາລີ ໄດ້ສັ່ງຫ້າມໃຊ້ອຸປະກອນຂອງຫົວເຫວີຍ ໂດຍອ້າງເລື່ອງຄວາມສ່ຽງດ້ານຄວາມໝັ້ນຄົງແຫ່ງຊາດເຊັ່ນກັນ. ຂະນະທີ່ປະເທດຕາເວັນຕົກເລີ່ມກັງວົນເລື່ອງບໍລິສັດຈີນແຜ່ອິດທິພົນໃນອາຊີ-ປາຊີຟິກຫລາຍຂຶ້ນ. ໜັງສືພິມວໍສະຕີດເຈີນັລລາຍງານໃນອາທິດກ່ອນວ່າ: ລັດຖະບານອາເມລິກາກຳລັງຊັກຊວນຜູ້ໃຫ້ບໍລິການໄຮ້ສາຍ ແລະ ອິນເຕີເນັດໃນປະເທດພັນທະມິດໃຫ້ຫລີກເວັ້ນການໃຊ້ອຸປະກອນໂທລະຄົມມະນາຄົມຂອງຫົວເຫວີຍ.