ໂວວີນາມລາວ ຕັ້ງເປົ້າລຸ້ນຫລຽນທຸກລາຍການ ໃນງານກິລາ ມ ອາຊຽນ ຄັ້ງທີ 19 ທີ່ມຽນມາ
ງານມະຫາກຳກິລາມະຫາວິທະຍາໄລອາຊຽນ (ມ ອາຊຽນ) ຄັ້ງທີ 19 ທີ່ປະເທດມຽນມາ ລະຫວ່າງວັນທີ 10-21 ທັນວາ 2018, ສະຫະພັນກິລາມະຫາວິທະຍາໄລລາວ (ສກມ) ກຳນົດສົ່ງ 9 ປະເພດກິລາທີ່ຈະເຂົ້າຄື: ບານເຕະ, ເປຕັງ, ວູຊູ, ດອກປີກໄກ່, ແລ່ນ-ລານ, ຍິງທະນູ, ໂວວີນາມ, ກະຕ້ໍ ແລະ ກິລາກັອບ ພ້ອມຕັ້ງເປົ້າສູ້ຊົນບໍ່ໃຫ້ຫລຸດ 5 ຫລຽນຄຳ.
ທ່ານ ວຽງສຸກ ຮັງເງິນ ຄູຝຶກກິລາໂວວີນາມທີມຊາດລາວ ໃຫ້ຮູ້ວ່າ: ງານແຂ່ງຂັນກິລາມະຫາວິທະຍາໄລອາຊຽນ 2018 ລາວເຮົາຈະສົ່ງຄູຝຶກເຂົ້າຮ່ວມ 2 ທ່ານ ແລະ ນັກກິລາ 10 ຄົນ, ໃນນັ້ນ ມີປະເພດຕໍ່ສູ້ຊາຍ 3 ຄົນ ແລະ ປະເພດຟ້ອນ 2 ຄົນ ເຊິ່ງການຝຶກຊ້ອມໄດ້ເລີ່ມມາ 2 ເດືອນຜ່ານມາ ໂດຍກິລາໂວວີນາມຈະແຂ່ງຂັນໃນວັນທີ 14-21 ທັນວານີ້ ເຊິ່ງພວກເຮົາສົ່ງໄປ 7 ລາຍການຄື: ປະເພດຟ້ອນທີມຊາດ, ທີມປະສົມຍິງ, ຄູ່ປະສົມ, ຄູ່ດາບຍິງ ແລະ ປະເພດຕໍ່ສູ້ເປັນຊາຍໝົດມີ ຮຸ່ນ 51 ກິໂລ, 57 ກິໂລ ແລະ 60 ກິໂລ ມີນັກກິລາທັງໝົດ 10 ຄົນ.
ຄູຝຶກກ່າວອີກວ່າ: ສະຫະພັນກິລາມະຫາວິທະຍາໄລລາວໄດ້ຕັ້ງເປົ້າໃຫ້ກິລາໂວວີນາມຕ້ອງໃຫ້ໄດ້ 1 ຫລຽນ, ແຕ່ພວກເຮົາຫວັງເລິກກວ່ານັ້ນ ຄືໃຫ້ໄດ້ທັງ 7 ລາຍການ ເຊິ່ງຄວາມຫວັງຫລັກຄືຄູ່ດາບຍິງທີ່ເຄີຍໄດ້ຫລຽນຄຳໃນຊີງແຊ້ມອາຊຽນໃນຕົ້ນເດືອນພະຈິກຜ່ານມາ ຈາກນາງ ພິກສະໄໝ ກັບນາງ ມາລາ ທີ່ເປັນຕົວເກັ່ງ ແລະ ມີປະສົບການ.