ຜູ້ນຳເວເນຊູເອລາປະກາດຂຶ້ນຄ່າແຮງຂັ້ນຕໍ່າ 150%
ປະທານາທິບໍດີ ນິໂກລັສ ມາດູໂຣ ປະກາດວ່າ: ຈະຂຶ້ນຄ່າແຮງຂັ້ນຕໍ່າໃນເວເນຊູເອລາເຖິງ 150% ໂດຍໃຫ້ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ທັນວານີ້ເປັນຕົ້ນໄປ.
ຄຳປະກາດດັ່ງກ່າວຈະເຮັດໃຫ້ຄ່າແຮງຂັ້ນຕໍ່າເພີ່ມຂຶ້ນຈາກປັດຈຸບັນ 1.800 ໂບລິວາ ເປັນ 4.500 ໂບລິວາ ເຊິ່ງຈະເຮັດໃຫ້ຄ່າແຮງຂັ້ນຕໍ່າອັດຕາໃໝ່ເທົ່າກັບ 10 ໂດລາສະຫະລັດ. ຂໍ້ມູນກອງທຶນການເງິນສາກົນ (IMF) ຄາດວ່າ: ອັດຕາເງິນເຟີ້ເວເນຊູເອລາຈະເພີ່ມຂຶ້ນເຖິງ 10 ລ້ານເປີເຊັນໃນປີໜ້າ. ສະຖານະການເສດຖະກິດເວເນຊູເອລາຫລຸດລົງຕໍ່ເນື່ອງ ນັບແຕ່ລາຄານ້ຳມັນໂລກຫລຸດລົງໃນປີ 2013 ສົ່ງຜົນກະທົບຕໍ່ໂຄງການອຸດໜິນໃນລະບອບສັງຄົມນິຍົມ ແລະ ການຄວບຄຸມລາຄາສິນຄ້າ. ກ່ອນໜ້ານີ້ IMF ປຽບທຽບສະພາບເງິນເຟີ້ຮຸນແຮງໃນເວເນຊູເອລາເດືອນກໍລະກົດເທົ່າກັບຢູ່ເຢຍລະມັນໃນປີ 1923 ແລະ ເທົ່າກັບສະຖານະການຢູ່ຊິມບຳເວໃນທ້າຍປີ 2000.