ຟີຟາ ຈັດອັນດັບທີມບານເຕະໂລກ ທີມຊາດລາວຕົກອີກ 3 ອັນດັບ


ສະຫະພັນບານເຕະນາໆຊາດ ຫລື FIFA ໄດ້ອັບເດດການຈັດອັນດັບໂລກຫລ້າສຸດໃນວັນທີ 29 ພະຈິກ 2018 ຫລັງຈົບການແຂ່ງຂັນຕາມຕາຕະລາງ FIFA DAY ລວມທັງການແຂ່ງຂັນລາຍການຕ່າງໆ ເປັນຕົ້ນ ຢູຟາ ເນຊັນລີກ ແລະ African Cup of Nations ຮອບຄັດເລືອກ ແລະ AFF Suzuki Cup 2018 ສຳເລັດຮອບແບ່ງກຸ່ມ.
ທີມຊາດລາວທີ່ຕົກຮອບແບ່ງກຸ່ມ Suzuki Cup 2018 ເສຍທັງ 4 ນັດ ອັນດັບໂລກຕົກລົງມາອີກ 3 ອັນດັບ ຈາກ 181 ມາຢູ່ 184 ຂອງໂລກຈາກ 211 ສະມາຊິກ ມີ 923 ຄະແນນ, ເປັນອັນດັບ 38 ຂອງອາຊີຈາກ 46 ທີມ ແລະ ອັນດັບ 9 ຂອງອາຊຽນ. ທີມຊາດລາວເຄີຍຕົກອັນດັບໄກສຸດທີ 210 ໃນເດືອນສິງຫາ 2012 ແລະ ອັນດັບດີສຸດທີ 134 ໃນເດືອນກັນຍາ 1998.
ຂະນະທີ່ ທີມຊາດຫວຽດນາມ ທີ່ຜົນງານດີຂຶ້ນເລື້ອຍໆຫຍັບຂຶ້ນ 2 ອັນດັບ ມາຢູ່ 100 ຂອງໂລກ, ທີ 17 ຂອງອາຊີ, ທີ 1 ຂອງອາຊຽນ ມີ 1.224 ຄະແນນ, ຟີລິບປິນ ຫຍັບຂຶ້ນ 2 ອັນດັບ ທີ 114 ຂອງໂລກ, ທີ 2 ຂອງອາຊຽນ, ສ່ວນທີມຊາດໄທ ທີ 3 ຂອງອາຊຽນ, ທີ 118 ຂອງໂລກ, ມາເລເຊຍ ທີ 167 ຂອງໂລກ. ຂະນະທີ່ ທີ 1 ຂອງອາຊີຍັງເປັນ ທີມຊາດອີຣານ, ທີ 2 ອົດສະຕຣາລີ, ທີ 3 ຍີ່ປຸ່ນ, ທີ 4 ສາທາລະນະລັດເກົາຫລີ, ທີ 5 ຊາອຸດິ ອາຣະເບຍ.
ສຳລັບ ທີມຊາດເບວຢ້ຽມ ຍັງຈັ້ງເປັນທີ 1 ຂອງໂລກ ມີ 1.727 ຄະແນນ, ທີ 2 ຝຣັ່ງ ແຊ້ມໂລກ 2018 ມີ 1.726 ຄະແນນ, ສ່ວນທີ 3-10 ເບຣຊິນ, ໂຄຣເອເຊຍ, ອັງກິດ, ປອກຕຸຍການ, ອູຣຸໄກວ, ສະວິດເຊີແລນ, ແອັສປາຍ, ດານມາກ, ອາກຊັງຕິນ ທີ 11, ເນເທີແລນ ທີ 14 ເຢຍລະມັນ ທີ 16 ແລະ ອີຕາລີ ທີ 17.