ຍ້ອນຫຍັງການກໍ່ສ້າງ-ສ້ອມແປງທາງມີຄຸນນະພາບຕ່ຳ ແຕ່ມູນຄ່າສູງ


ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງໃນໄລຍະຜ່ານມາ ເຊິ່ງເຫັນວ່າມີຄຸນນະພາບຕ່ຳ ແຕ່ມີມູນຄ່າການກໍ່ສ້າງສູງເກີນຄວາມເປັນຈິງ, ທັງແກ່ຍາວເວລາການກໍ່ສ້າງນັ້ນ ແມ່ນເກີດຈາກໂຄງການລົງທຶນກ່ອນ (ໂດຍບໍ່ຜ່ານການປະມູນ), ການອະນຸມັດໂຄງການສ່ວນຫລາຍດຳເນີນການໂດຍບໍ່ໄດ້ຜ່ານການສຳຫລວດ-ອອກແບບລະອຽດ, ການຊຳລະສະສາງຊັກຊ້າ ລວມທັງຄວາມຮັບຜິດຊອບຂອງຜູ້ຮັບເໝົາ ແລະ ນັກວິຊາການ ຈຳນວນໜຶ່ງຍັງຂາດຈັນຍາບັນ-ຈັນຍາທຳ ແລະ ຄວາມໂປ່ງໃສ.
ທ່ານລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມໃນວັນທີ 28 ພະຈິກຜ່ານມານີ້ວ່າ: ໃນປີ 2017 ກະຊວງ ຍທຂ ໄດ້ດຳເນີນການກວດກາບັນດາໂຄງການກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ໄດ້ພົບເຫັນ 18 ໂຄງການ ແລະ 12 ໂຄງການ ໃນປີ 2018 ທີ່ມີມູນຄ່າສູງເກີນຄວາມເປັນຈິງ ເຊິ່ງລັດຖະບານໄດ້ດຳເນີນການແກ້ໄຂຢ່າງທັນການ ແລະ ສາມາດປະຢັດງົບປະມານຂອງລັດໄດ້ປະມານ 3.560 ຕື້ກວ່າກີບ ຫລື ປະມານ 418 ລ້ານໂດລາສະຫະລັດ ແລະ ບັນຫານີ້ ກະຊວງ ຍທຂ ຈະສືບຕໍ່ຄົ້ນຄວ້າມາດຕະການແກ້ໄຂ ໂດຍຈະເລັ່ງໃສ່ສຶກສາອົບຮົມນຳພາການເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານວິຊາການຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ນັບທັງລະບຽບການຄຸ້ມຄອງດ້ານວິຊາສະເພາະໃຫ້ຮັດກຸມກວ່າເກົ່າ ແລະ ໃນຂະນະດຽວກັນ ກໍຈະໄດ້ສັງລວມປຶ້ມຄູ່ມືໂດຍຫຍໍ້ກ່ຽວກັບລາຄາຕ່ຳສຸດ ແລະ ສູງສຸດ ເພື່ອເປັນບ່ອນອີງໃຫ້ແກ່ການນຳຂອງແຂວງ, ນະຄອນຫລວງ ແລະ ສະມາຊິກສະພາແຫ່ງຊາດຢູ່ຂັ້ນທ້ອງຖິ່ນ ເປັນຜູ້ຕິດຕາມກວດກາຊ່ວຍ.
ໃນໂອກາດດຽວກັນນີ້, ບັນດາສະມາຊິກສະພາແຫ່ງຊາດ ຍັງໄດ້ສະເໜີໃຫ້ມີມາດຕະການແກ້ໄຂບັນຫາດັ່ງກ່າວ ເປັນຕົ້ນແມ່ນການຄວບຄຸມນ້ຳໜັກຂອງລົດຂົນສົ່ງສິນຄ້າໃຫ້ເຂັ້ມງວດກວ່າເກົ່າ, ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ແລະ ໃຫ້ມີຊິງຊັ່ງນ້ຳໜັກຢູ່ຕາມຈຸດຊາຍແດນ ລະຫວ່າງແຂວງຕໍ່ແຂວງ ແລະ ມີປ້າຍເຕືອນຕ່າງໆຢູ່ຕາມເສັ້ນທາງຫລັກເຫລົ່ານີ້ເປັນຕົ້ນ.