ເຄັດລັບການເລືອກຊື້ໂສ້ງຢີນ ແລະ ການຊັກຢ່າງຖືກຕ້ອງ
December 2, 2018 - 10:04 AM
1 ເລືອກຊື້ເບີນ້ອຍກ່ວາຂະໜາດແທ້ 1 ເບີ : ຢ່າຟ້າວຄິດວ່າມັນຈະຮັດເກີນໄປ ເພາະເມື່ອນຸ່ງໄປໄລຍະໜຶ່ງ ຜ້າຈະຂະຫຍາຍຂະ ໜາດອອກ 10%.
- ຖ້າພົບໂຕທີ່ຖືກໃຈຊື້ໄວ້ເລີຍ 2 ໂຕ : ໂຕທຳອິດຕັດໃຫ້ພໍດີຂໍ້ຕີນ ເອົາໄວ້ນຸ່ງກັບເກີບສົ້ນຕໍ່າ ຫລື ສົ້ນແປ, ອີກໂຕໜຶ່ງເປັນຂາຍາວເພື່ອນຸ່ງກັບເກີບສົ້ນສູງ.
- ເລືອກໂສ້ງຢີນແບບມີຊິບ :ເພາະໂສ້ງຢີນແບບມີຊິບຮີດຈະນຸ່ງ ງ່າຍ ແລະ ຮັດພໍດີກັບຮູບຮ່າງຫລາຍກ່ວາແບບໃສ່ກະດຸມ.
- ຢ່າລືມເອົາສາຍແອວໄປນຳ : ເພື່ອລອງໂສ້ງພ້ອມກັບສາຍແອວ ຈະໄດ້ຮູ້ວ່ານຸ່ງພໍດີ ແລະ ເຂົ້າກັນດີຫລືບໍ່.
- ເອົາໄປຊັກກ່ອນການແກ້ໄຂ ຫລື ດັດແປງໃດໆ : ເພາະຫລັງຈາກການຊັກໂສ້ງຢີນອາດຈະຫົດໂຕ ເຮັດໃຫ້ຂະໜາດປ່ຽນ ໄປ.
- ຮັກສາປາຍຮອຍໄໝຫຍິບຢູ່ຂາໂສ້ງໄວ້ : ການຕັດຂາໂສ້ງແບບຕໍ່ປາຍຮອຍຫຍິບເກົ່າອາດແພງກ່ວາ, ແຕ່ກໍຊ່ວຍໃຫ້ໂສ້ງ ຂອງທ່ານງາມສົມບູນແບບ.
- ຊັກດ້ວຍນຳ້ເຢັນທຸກເທື່ອ : ເພາະນຳ້ອຸ່ນຈະເຮັດໃຫ້ໂສ້ງຢີນຫົດໂຕ ຢ່າລືມປີ້ນເບື້ອງກ່ອນຊັກເພື່ອປ້ອງກັນສີຈືດຈາງ.
- ຫລີກເວັ້ນການໃຊ້ນຳ້ຢາປັບຜ້ານຸ້ມ : ເພາະສານເຄມີອາດທຳລາຍສີຂອງໂສ້ງໃຫ້ຈືດຈາງ.
- ຢ່າລີດດ້ວຍຄວາມຮ້ອນສູງ ເພາະຄວາມຮ້ອນອາດເຮັດໃຫ້ຜ້າຫົດໂຕ.
- ຊັກແຫ້ງດີທີ່ສຸດ : ເພາະຊ່ວຍໃຫ້ສີຂອງໂສ້ງຍັງຄົງຢູ່ສະເໝີ (ໂດຍສະເພາະສີເຂັ້ມ).