ຜູ້ນຳ G20 ປະກາດປະຕິຮູບ ອົງການການຄ້າໂລກ
ຜູ້ນຳກຸ່ມປະເທດເສດຖະກິດຂະໜາດໃຫຍ່ (G20) ປະກາດປະຕິຮູບອົງການການຄ້າໂລກທີ່ມີໜ້າທີ່ເບິ່ງແຍງຂໍ້ຂັດແຍ່ງການຄ້າໂລກ ແຕ່ບໍ່ໄດ້ເວົ້າເຖິງເລື່ອງການປົກປ້ອງທາງການຄ້າ.
ຜູ້ນຳ G20 ອອກຖະແຫລງການເທື່ອທຳອິດນັບແຕ່ກອງປະຊຸມສຸດຍອດຄັ້ງທຳອິດ ຢູ່ນະຄອນຫລວງວໍຊິງຕັນເມື່ອ 10 ປີກ່ອນ ລະບຸວ່າ: ຈຳເປັນຕ້ອງປະຕິຮູບອົງການການຄ້າໂລກ ເພື່ອໃຫ້ເຮັດໜ້າທີ່ໄດ້ດີຂຶ້ນ, ແຕ່ບໍ່ມີລາຍລະອຽດຂອງມາດຕະການປະຕິຮູບ. ແຫລ່ງຂ່າວໃນການຮ່າງຖະແຫລງເບິ່ງວ່າ: ກອງປະຊຸມປະສົບຜົນສຳເລັດໃນການເຮັດໃຫ້ອາເມລິກາຍອມຮັບການຫາທາງອອກລະດັບໂລກ ເພາະເປັນເທື່ອທຳອິດທີ່ຈີນ ແລະ ອາເມລິກາ ຕົກລົງຈະກ່ຽວຂ້ອງກັບອົງການການຄ້າໂລກ. ເຊັ່ນດຽວກັບເຈົ້າໜ້າທີ່ເອີຣົບເບິ່ງວ່າ: ການຈະບັນລຸຂໍ້ຕົກລົງໄດ້ຈະຕ້ອງໃຫ້ຈີນເຂົ້າຮ່ວມການຫາລືໂດຍທັນທີ ຢ່າເຮັດໃຫ້ຈີນຮູ້ສຶກວ່າຖືກລຸມຄືໃນການປະຊຸມສຸດຍອດກຸ່ມການຮ່ວມມືທາງເສດຖະກິດໃນອາຊີ-ປາຊີຟິກ (ເອເປັກ) ໃນກາງເດືອນພະຈິກທີ່ບໍ່ສາມາດອອກຖະແຫລງການຮ່ວມໄດ້ເປັນເທື່ອທຳອິດນັບແຕ່ສ້າງຕັ້ງຂຶ້ນເມື່ອ 30 ປີກ່ອນ.
ເຖິງຢ່າງໃດກໍດີ, ເຈົ້າໜ້າທີ່ເອີຣົບເປີດເຜີຍວ່າ: ຄຳຫລາຍຄຳທີ່ມັກໃຊ້ໃນຖະແຫລງການກຸ່ມປະເທດອຸດສາຫະກຳຊັ້ນນຳ (G7) ແລະ G20 ໄດ້ກາຍເປັນຄຳຕ້ອງຫ້າມໃນກອງປະຊຸມຄັ້ງນີ້ເຊັ່ນ: ຄຳວ່າ: “ປົກປ້ອງທາງການຄ້າ” ທີ່ລັດຖະບານຖືກວິຈານວ່າໃຊ້ພາສີເປັນເຄື່ອງມື, ຄຳວ່າ: “ການຄ້າທີ່ເປັນທຳ” ທີ່ລັດຖະບານຈີນຖືກອາເມລິກາ, ເອີຣົບ ແລະ ຍີ່ປຸ່ນວິຈານເລື່ອງທຸ່ມຕະຫລາດ, ອຸດໜູນອຸດສາຫະກຳ, ລະເມີດຊັບສິນທາງປັນຍາ ແລະ ບັງຄັບຖ່າຍທອດເຕັກໂນໂລຊີ ຫລື ຄຳວ່າ: “ພະຫຸພາຄີ” ກໍບໍ່ມີ ເພື່ອໃຫ້ເກີດບັນຍາກາດແຫ່ງການຮ່ວມມືກັນ.