ນັກສຶກສາລາວ 50 ກວ່າຄົນ ໄດ້ຮັບທຶນການສຶກສາ ລາວ-ອົດສະຕຣາລີ ປະຈໍາສົົກປີ 2018-2019
ພິທີມອບ-ຮັບທຶນການສຶກສາ ລາວ-ອົດສະຕຣາລີ (LANS) ປະຈໍາສົົກປີ2018-2019 ໃຫ້ແກ່ນັກສຶກສາມະຫາວິທະຍາໄລແຫ່ງຊາດ ຈໍານວນ 51 ຄົນ, ໄດ້ມີຂຶ້ນເມື່ອບໍ່ດົນມານີ້, ຢູ່ມະຫາວິທະຍາໄລດັ່ງກ່າວ, ໂດຍມີຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານເລຂາເອກອັກຄະລາຊະທູດ ອົດສະຕຣາລີ ປະຈໍາລາວ, ມີຜູ້ບໍລິຫານໂຄງການທຶນ LANS, ພ້ອມດ້ວຍພະນັກງານ,ຄູ-ອາຈານ ແລະນັກສຶກສາທີ່ໄດ້ຮັບທຶນ ເຂົ້າຮ່ວມ.
ທຶນການສຶກສາ ລາວ-ອົດສະຕຣາລີ (LANS) ແມ່ນທຶນຊ່ວຍເຫຼືອຈາກລັດຖະບານອົດສະຕຣາລີ ຈໍານວນ 70 ທຶນຕໍ່ປີ ໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ, ໂດຍສະເພາະແມ່ນນັກສຶກສາທີ່ມາຈາກແຂວງຕ່າງໆໃນລາວກໍຄືນັກສຶກສາພິການ,ຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດຫຼືດ້ອຍໂອກາດທາງດ້ານການສຶກສາ ໃຫ້ສາມາດຮຽນຈົບໃນລະດັບປະລິນຍາຕີ ທີ່ມະຫາວິທະຍາໄລແຫ່ງຊາດ, ຊຶ່ງແຕ່ລະປີສະເລ່ຍປະມານ 13 ລ້ານກີບຕໍ່ຄົນຕໍ່ປີ, ໃນນັ້ນ,ປະກອບມີ: ຄ່າເບ້ຍລ້ຽງ,ຄ່າທີ່ພັກເຊົາ, ຄ່າເດີນທາງກັບເມືອຢາມພູມລໍາເນົາ ແລະ ຄ່າອຸປະກອນການຮຽນຕ່າງໆ. ພ້ອມນັ້ນ, ນັກສຶກສາດັ່ງກ່າວ, ຍັງໄດ້ຮຽນເພີ່ມທັກສະການຮຽນ, ທັກສະການໃຊ້ຊີວິດໃນສັງຄົມ, ພາສາຕ່າງປະເທດ ແລະ ວິຊາຕ່າງໆ.ທຶນການສຶກສາດັ່ງກ່າວ ໄດ້ເລີ່ມສະໜັບສະໜູນໃຫ້ແກ່ນັກສຶກສາມະຫາວິທະຍາໄລແຫ່ງຊາດ ແຕ່ປີ 2011 ເປັນຕົ້ນມາແລະ ມີນັກສຶກສາໄດ້ຮັບທຶນສໍາເລັດການສຶກສາໄປແລ້ວ ຈໍານວນ 266 ກວ່າຄົນ ແລະ ໃນປັດຈຸບັນມີນັກສຶກສາໄດ້ຮັບທຶນທີ່ກໍາລັງສຶກສາຢູ່ມີ ຈໍານວນ 210 ຄົນ, ສໍາລັບສົກສຶກສານີ້, ມີນັກສຶກສາໄດ້ຮັບທຶນການສຶກສາດັ່ງກ່າວ ຈໍານວນ 51 ຄົນ, ຍິງ 25 ຄົນ; ໃນນັ້ນ, ມີນັກສຶກສາພິການ ຈໍານວນ 18 ຄົນ,ຍິງ 5 ຄົນ.
ໃນໂອກາດນີ້, ທ່ານຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານອົດສະຕຣາລີ ທີ່ໃຫ້ການຊ່ວຍເຫຼືອທຶນການສຶກສາແກ່ນັກສຶກສາລາວຕະຫຼອດມາ, ພ້ອມທັງໄດ້ເນັ້ນໃຫ້ນັກສຶກສາ ນໍາໃຊ້ເງິນທຶນໄປໃນທາງທີ່ເປັນປະໂຫຍດຕໍ່ຕົນເອງໃນໄລຍະສຶກສາ, ຕັ້ງໜ້າສຶກສາຄົ້ນຄວ້າຮໍ່າຮຽນ ເພື່ອພັດທະນາຕົນເອງໃຫ້ກາຍເປັນນັກວິຊາການ ເພື່ອເປັນກໍາລັງແຮງໃນການພັດທະນາປະເທດຊາດຈະເລີນສີວິໄລ.