ທະຫານອີຣັກຍຶດພື້ນທີ່ເຂດໃກ້ເມືອງເກົ່າໂມຊຸເພື່ອຕັດຂາດທາງປົບໜີຂອງກຸ່ມ IS
March 13, 2017 - 6:44 PM


ຂະນະດຽວກັນ, ທະຫານອີຣັກຍັງບັນລຸຄວາມຄືບໜ້າໃນສົງຄາມຢູ່ພາກຕາເວັນຕົກສຽງເໜືອຂອງເມືອງໂມຊູ ທ່ານ Jasim Muhammmad ລັດຖະມົນຕີກະຊວງຊາວອົບພະຍົບ ແລະ ຊາວຍ້າຍຖິ່ນຖານອີຣັກ ກ່າວວ່າ: ເລີ່ມແຕ່ສົງຄາມປົດປ່ອຍເມືອງໂມຊຸເປັນຕົ້ນມາ, ໜ່ວຍງານຂອງກະຊວງຕົນສາມາດຊ່ວຍເຫຼືອ ປະຊາຊົນໄດ້ເກືອບ 1 ແສນຄົນ ແລະ ພຽງແຕ່ໃນວັນທີ 12 ມີນານີ້ ກໍຊ່ວຍເຫຼືອໄດ້ຫຼາຍກວ່າ 10 ພັນຄົນ.