ປານິຊ ຍິນດີຕ້ອນຮັບ ປ໊ອກບາ ກັບ ຢູເວນຕຸສ
ມິຣາເລັມ ປານິຊ ມິດຟິລ ຢູເວນຕຸສ ກ່າວວ່າ: ຍິນດີທີ່ຈະໃຫ້ ປໍ ປ໊ອກບາ ກອງກາງ ແມນເຊັສເຕີ ຢູໄນເຕັດ ກັບມາຫລິ້ນໃຫ້ ຢູເວນຕຸສ. ພ້ອມລະບຸ ແຟນບານຂອງທີມເອງກໍຢາກໃຫ້ເກີດຂຶ້ນຄືກັນ.
ມິຣາເລັມ ປານິຊ ກອງກາງ ຢູເວນຕຸສ ສະໂມສອນຍັກໃຫຍ່ແຫ່ງ ກັລໂຊ ເຊເຣຍ ອາ ອີຕາລີ ກ່າວວ່າ: ຕົນເອງຍິນດີຈະໃຫ້ ປໍ ປ໊ອກບາ ມິດຟິລຄົນດັງຂອງ ແມນເຊັສເຕີ ຢູໄນເຕັດ ຍ້າຍກັບມາຢູ່ກັບທີມ.
ອະນາຄົດຂອງ ປ໊ອກບາ ໃນຖິ່ນ ໂອລ ແທຣັບຟອດ ກັບມາເປັນບັນຫາຮ້ອນອີກຄັ້ງ ຫລັງຈາກລາວມີບັນຫາກັບ ໂຊເຊ ມູຣິນໂຢ ຢ່າງໜັກອີກຮອບ ຈົນເຖິງຂັ້ນຫລຸດຈາກການເປັນຕົວຈິງໃນ 2 ນັດຫລັງສຸດ ໂດຍ ຢູເວນຕຸສ ມີຂ່າວວ່າສົນໃຈຈະເອົາ ປ໊ອກບາ ໄປຮ່ວມທີມ ພາຍຫລັງລາວເຄີຍມີໄລຍະເວລາທີ່ດີຫລາຍກັບ ຢູເວນຕຸສ.