ນັກກັອຟອາເຈນຕິນາ ຄວ້າລາງວັນມື 1 ກັອຟ ເອດີທີ ທົວ


ມິເກລ ກາຣເບນໂຢ ນັກກັອຟຊາວອາເຈນຕິນາ ຄວ້າຕຳແໜ່ງແຊ້ມເອຊຽນ ດີເວລລອບເມນ ທົວ ຫລື ເອດີທີ ທົວ ຈາກຜົນງານອັນສຸດຍອດໃນລະດູການນີ້ ຈາກການປະກາດຢ່າງເປັນທາງການຂອງ ເອດີທີ ທົວ ໃນວັນທີ 11 ທັນວາຜ່ານມາ ພ້ອມຄ້ວາສິດໃນການແຂ່ງຂັນ ເອຊຽນ ທົວ ໃນລະດູການໜ້າ.
ນັກກັອຟໄວ 39 ປີ ເຊິ່ງຜ່ານເຂົ້າຮອບໃນ ເອຊຽນ ທົວ ຄໍລິຟາຍອິ້ງ ສະຄູລ ທີ່ຈະແຂ່ງຂັນໃນເດືອນມັງກອນນີ້ ໄດ້ຮັບລາງວັນອັນຍິ່ງໃຫຍ່ທີ່ສຸດໃນ 16 ປີຂອງການເປັນນັກກ໊ອຟອາຊີບດ້ວຍການຄວ້າມື 1 ເອດີທີ ທົວ 2018.
ກາເບັນໂຢ ເຄີຍຫລິ້ນໃນ ພີຈີເອ ທົວ ແລະ ເຄີຍຄວ້າແຊ້ມໃນລະດັບ ຊາລເລັນ ທົວ ແລະ ລາຍການ ເວັບດອດຄອມ ເປີດເຜີຍວ່າ: ຂ້ອຍມີຄວາມສຸກຫລາຍ ເພາະຂ້ອຍໄດ້ລົງຫລິ້ນໃນຫລາຍທົວທົ່ວໂລກ ແຕ່ນີ້ເປັນເທື່ອທຳອິດທີ່ຂ້ອຍຄວ້າລາງວັນຍິ່ງໃຫຍ່ຄືລາງວັນ ອໍເດີ ອອຟ ເມີຣິດ.
ຜົນງານຂອງ ກາເບັນໂຢ ເຮັດໃຫ້ລາວຄວ້າລາງວັນມາຈາກການທົວແຂ່ງຂັນຕິດຕໍ່ກັນ 14 ອາທິດ ແລະ ລວມເຖິງໄຊຊະນະຂອງລາວໃນ ເອດີທີ ໃນເດືອນສິງຫາ ດ້ວຍອັນດັບເງິນລາງວັນສະສົມ 8.290 ໂດລາສະຫະລັດ.
ສຳລັບການແຂ່ງຂັນ ເອດີທີ ທົວ ໃນລະດູການ 2019 ຈະເລີ່ມຕົ້ນດ້ວຍການແຂ່ງຂັນ ບຸນຊູ ເລືອງກິດ ແຊມປ້ຽນຊິບ ທີ່ຈະມີຂຶ້ນໃນເດືອນມັງກອນນີ້ ເຊິ່ງຈະມີການຄິດຄະແນນອັນດັບໂລກນຳອີກ ໂດຍຜູ້ຊະນະຈະຄວ້າ 6 ຄະແນນໃນອັນດັບໂລກ, ຂະນະທີ່ຕິດ 6 ອັນດັບ ຈະໄດ້ຮັບຄະແນນຫລຸດກັນໄປ.