ສື່ອອນລາຍແຊງໜັງສືພິມໃນອາເມລິກາ
ຜົນສຳຫລວດຫລ້າສຸດພົບວ່າ: ປັດຈຸບັນ ຊາວອາເມລິກາໄດ້ຮັບຂ່າວສານຈາກເວັບໄຊສື່ສັງຄົມອອນລາຍ ຫລາຍກວ່າໜັງສືພິມ.
ສຳນັກຂ່າວເອພີລາຍງານວ່າ: ການສຳຫລວດໂດຍກຸ່ມ ສູນວິໄຈພິວ ເຜີຍແຜ່ໃນວັນທີ 10 ທັນວາ ພົບວ່າ: ຊາວອາເມລິກາ 20% ອ່ານຂ່າວສານຈາກແຫລ່ງສື່ສັງຄົມອອນລາຍຫລາຍທີ່ສຸດ ເທົ່າກັບ 16% ທີ່ຮັບຮູ້ຂ່າວສານຈາກໜັງສືພິມ.
ຖືເປັນຄັ້ງທຳອິດທີ່ການສຳຫລວດຂອງພິວພົບວ່າ: ການອ່ານຂ່າວສານຈາກແຫລ່ງຂ່າວອອນລາຍເຊັ່ນ: ເຟສບຸກ ຫລື ທະວິດເຕີ ມີຫລາຍກວ່າໜັງສືພິມ. ການສຳຫລວດຂອງພິວໃນປີ 1991 ພົບວ່າ: ຊາວອາເມລິກາ 56% ອ່ານຂ່າວສານຈາກແຫລ່ງໜັງສືພິມ.
ການສຳຫລວດຫລ້າສຸດຍັງພົບອີກວ່າ: ປະມານ 81% ຂອງປະຊາຊົນອາຍຸແຕ່ 65 ປີຂຶ້ນໄປ ໄດ້ຮັບຂ່າວສານຈາກໂທລະພາບ ເທົ່າກັບ 16% ຂອງປະຊາຊົນອາຍຸລະຫວ່າງ 18-29 ປີ.