4 ວິທີທີ່ຈະຊ່ວຍດຶງສັກກະຍະພາບທີ່ດີເລີດໃນໂຕທ່ານອອກມາ
ທ່ານເຄີຍເບິ່ງສາກໃນກະຕູນທີ່ ມີໝາກບານຫິມະຕັ້ງຢູ່ແບບໝິ່ນໆ ຢູ່ເທິງຈອມພູຫລືບໍ່ ? ແນ່ນອນວ່າ ອີກບໍ່ດົນມັນຈະຄ່ອຍໆກິ້ງລົງເນີນ ພູ ຈາກຊ້າໆກໍເລີ່ມໄວ ແລະ ຂະ ຫຍາຍຂະໜາດໃຫຍ່ຂຶ້ນເລື້ອຍໆ ກິ້ງທັບທຸກຢ່າງທີ່ຂວາງໜ້າ. ມີຜູ້ ຄົນຫລວງຫລາຍທ່ີປຽບດັ່ງໝາກ ບານຫິມະເທິງຈອມພູນັ້ນ ພວກ ເຂົາເຕັມໄປດ້ວຍສັກກະຍະພາບ ອັນດີເລີດຈົນໜ້າເຫລືອເຊື່ອ, ແຕ່ ກໍມີຫລາຍເທື່ອທີ່ພວກເຂົາຢູ່ແບບ ນິ້ງເສີຍ ບໍ່ຍອມຊຸກຍູ້ຕົນເອງລົງ ໄປຈັກເທື່ອ ສັກກະຍະພາບທີ່ຢູ່ ພາຍໃນໂຕພວກເຂົາຈຶ່ງເສຍເປົ່າ ຍ້ອນບໍ່ຖືກດຶງອອກມາໃຊ້ແມ່ນແຕ່ ໜ້ອຍດຽວ. ຕໍ່ໄປນີ້ແມ່ນ 4 ວິທີທີ່ ຈະຊ່ວຍດຶງສັກກະຍະພາບອັນໜ້າ ເຫລືອເຊື່ອທີ່ເຊື່ອງຢູ່ໃນໂຕທ່ານ ອອກມາໄດ້ ດັ່ງນີ້ :
1. ຕັດສິນໃຈໄປເລີຍ ຢ່າມົວ ແຕ່ລັງເລ : ຍິ່ງມີໂຕເລືອກຫລາຍ ກໍຍິ່ງເລືອກຍາກ ສະພາບການນີ້ ເອີ້ນກັນວ່າ : Analysis – paralysis ເຊິ່ງຈະເກີດກັບ ຫລາຍໆຄົນທີ່ເມື່ອຕ້ອງພະເຊີນ ກັບໂຕເລືອກຫລາກຫລາຍ ກໍຈະ ຕົກຊະເງີ້ໄປ ບໍ່ສາມາດຕັດສິນໃຈ ຫຍັງໄດ້. ທຸກໆຄົນລ້ວນແຕ່ມີສຽງ ທີ່ຄອຍນຳທາງການຕັດສິນໃຈ ຈົ່ງຢຸດຟັງ ແລະ ເຊື່ອໃນສຽງນັ້ນ ການເລີ່ມຕົ້ນເຮັດຫຍັງບາງຢ່າງກໍ ຄືກັບການອາໄສແຮງຊຸກຍູ້ໃຫ້ ໝາກບານຫິມະກິ້ງລົງເນີນພູໄປ ນັ້ນເອງ. ເຖິງວ່າສິ່ງທີ່ທ່ານເລືອກ ອາດຈະບໍ່ແມ່ນສິ່ງທີ່ດີທີ່ສຸດ, ແຕ່ ຖືວ່າກ້າວໜ້າກ່ວາການເມົາແຕ່ ນັ່ງຈົມຢູ່ແບບນັ້ນ ແລະ ຈື່ໄວ້ວ່າ ລະຫ່ວາງການເດີນທາງ ທ່ານກໍ ຍັງສາມາດຈະປັບປ່ຽນເສັ້ນທາງ ຫລືຈຸດໝາຍປາຍທາງໄດ້ທຸກເທື່ອ.
2. ຢ່າເສຍເວລາໂດຍບໍ່ເກີດ ປະໂຫຍດ : ໃນ 1 ມື້ ທຸກຄົນມີເວ ລາທັງໝົດ 1.440 ນາທີເທົ່ານັ້ນ ເບິ່ງຄືວ່າເຫລືອເຝືອ, ແຕ່ເຮົາກໍຮູ້ກັນດີຢູ່ແລ້ວວ່າເວລາມັນຜ່ານໄປ ໄວເທົ່າໃດ ຢຸດເຮັດນັ້ນເຮັດນີ້ບໍ່ດົນ ເຜີໆກໍເສຍເວລາໄປຫລາຍສິບນາ ທີແລ້ວ ຖ້າຫາກເຮົາທຸກຄົນມີເວ ລາໃນແຕ່ລະມື້ເທົ່າໆກັນທີ່ຈະພັດ ທະນາຕົນເອງ ແລ້ວຍ້ອນຫຍັງ ບາງຄົນຈຶ່ງປະສົບຄວາມສຳເລັດ ຫລາຍກ່ວາຄົນອື່ນໆໄດ້ ? ສິ່ງສຳ ຄັນນັ້ນກໍແມ່ນ ການວາງແຜນ.
ການສ້າງໂຄງການຕ່າງໆມັກ ມີຄວາມຍາກ ແລະ ຕ້ອງອາໄສ ແຮງ, ເວລາຫລາຍກ່ວາທີ່ທ່ານ ຄິດໄວ້ສະເໝີ ດັ່ງນັ້ນ ທ່ານຄວນ ຈະວາງແຜນການບໍລິຫານເວລາ ໃຫ້ຮອບຄອບ ແລະ ຢູ່ເທິງພື້ນ ຖານຂອງຄວາມເປັນໄປໄດ້ນຳ.
ການບໍລິຫານເວລາຢ່າງມີປະ ສິດທິພາບເຮັດໃຫ້ທ່ານສາມາດ ດຶງສັກກະຍະພາບຂອງຕົນເອງ ອອກມາໄດ້ເຕັມທີ່ ອຸປະສັກໃນ ການເຮັດວຽກກໍໜ້ອຍລົງ ໜຶ່ງໃນ ກົນລະຍຸດທີ່ໄດ້ຜົນດີກໍແມ່ນການ ຖາມໂຕເອງກ່ອນວ່າສິ່ງທີ່ຈະເຮັດ ໄປນີ້ຊ່ວຍຕື່ມເຕັມສັກກະຍະພາບ ຂອງທ່ານຫລືບໍ່ ? ຄຳຖາມນີ້ຈະ ເຮັດໃຫ້ທ່ານຮູ້ວ່າມີສິ່ງໃດທີ່ໃຊ້ເວ ລາເຮັດໄປໂດຍບໍ່ເກີດປະໂຫຍດ ກັບໂຕເອງ.
3. ຮູ້ມູນຄ່າຂອງສິ່ງທີ່ຕ້ອງ ການ : ຈົ່ງຈື່ຈຳໄວ້ວ່າຄົນເຮົານັ້ນ ໄດ້ມາຢ່າງຈະເສຍໄປຢ່າງ ທຸກ ເທື່ອທີ່ຕັດສິນໃຈເລືອກຫຍັງກໍ ຕາມ ທ່ານກໍຕ້ອງເສຍສະຫລະ ບາງສິ່ງໄປນຳສະເໝີ ເຊັ່ນ : ບາງເທື່ອທ່ານກໍຕ້ອງປະຕິເສດໂອກາດ ດີໆຫລວງຫລາຍເພື່ອລໍຖ້າໂອ ກາດທີ່ດີກ່ວາ. ທ່ານຕ້ອງຍອມສູນ ເສຍເພື່ອຈະໄດ້ໃຊ້ຊີວິດທີ່ບໍ່ວ່າຈະ ເປັນດ້ານມິດຕະພາບ, ຊີວິດຄູ່, ການລ້ຽງລູກ, ການເຮັດວຽກ ຫລື ກິດຈະກຳທີ່ທ່ານມັກ ຄິດເຖິງສິ່ງ ທີ່ຕ້ອງການຫລາຍທີ່ສຸດ ແລະ ຕັດ ສິນໃຈວ່າສິ່ງໃດແດ່ທີ່ທ່ານພ້ອມ ໃຈຍິນຍອມເສຍສະລະ ທັງເວລາ , ເງິນ, ໂອກາດ ແລະ ຄວາມສຳພັນ ເພື່ອໃຫ້ມັນໄປສູ່ຄວາມສຳເລັດ. ການຕັດສິນໃຈຈະເປັນເລື່ອງທີ່ ງ່າຍຂຶ້ນມາຫລັງຈາກໄດ້ເວົ້າກັບ ໂຕເອງຢ່າງກົງໄປກົງມາ.
4. ພັດທະນາທັກສະການແກ້ ໄຂບັນຫາຂອງໂຕເອງ : ເຖິງວ່າ ຈະລະມັດລະວັງໂຕຫລາຍປານ ໃດກໍຍັງເກີດບັນຫາໄດ້ ເຊິ່ງການ ຈັດການບັນຫານີ້ອາດຈະສາມາດ ພັດທະນາທ່ານ ຫລື ອາດຈະ ຫລຸດທອນສັກກະຍະພາບໃນໂຕ ທ່ານກໍມີ ຫາກທ່ານບໍ່ເຫັນມັນເປັນ ໂອກາດໃນການເຕີບໃຫຍ່ທາງ ຄວາມຄິດ ແລະ ຈຸດປະກາຍສັກ ກະຍະພາບໃນໂຕທ່ານ ມັນກໍຈະ ກາຍເປັນອຸປະສັກທີ່ຂັດຂວາງ ທ່ານແທນ. ຈົ່ງພະເຊີນໜ້າກັບບັນ ຫາຢ່າງສ້າງສັນ ຢ່າປ່ອຍໃຫ້ມັນ ມາຂັດຂວາງບໍ່ໃຫ້ທ່ານກ້າວໄປ ຂ້າງໜ້າ, ຄົ້ນຫາປະໂຫຍດຈາກ ບັນຫາເຫລົ່ານັ້ນໃຫ້ພົບ ຄວາມລົ້ມ ເຫລວອາດມອບບົດຮຽນໃຫ້ທ່ານ ໄດ້ຫລາຍກ່ວາຄວາມສຳເລັດກໍມີ.