IATA ຄາດອຸດສາຫະກຳການບິນ ມີກຳໄລຕໍ່ເນື່ອງຮອດປີໜ້າ


ສະມາຄົມການຂົນສົ່ງທາງອາກາດສາກົນ (IATA) ຄາດຄະເນວ່າ: ອຸດສາຫະກຳການບິນທົ່ວໂລກຈະມີກຳໄລສຸດທິເພີ່ມຂຶ້ນ 3,55 ໝື່ນລ້ານໂດລາສະຫະລັດ ໃນປີໜ້າ ໂດຍເພີ່ມຂຶ້ນຈາກລະດັບ 3,23 ໝື່ນລ້ານໂດລາສະຫະລັດ ທີ່ຄາດຄະເນໄວ້ສຳລັບປີນີ້.
IATA ລະບຸວ່າ: ປີໜ້າຈະເປັນປີທີ 10 ຕິດຕໍ່ກັນທີ່ອຸດສາຫະກຳການບິນຈະມີກຳໄລ ແລະ ເປັນປີທີ 5 ຕິດຕໍ່ກັນທີ່ຜົນຕອບແທນຕໍ່ທຶນຂອງອຸດສາຫະກຳການບິນຢູ່ໃນລະດັບສູງກວ່າຄ່າໃຊ້ຈ່າຍຕໍ່ທຶນ.
ທ່ານ ອາເລັກຊານເດີ ເດິ ຈູນິແອດ ຜູ້ອຳນວຍການທົ່ວໄປຂອງ IATA ກ່າວວ່າ: ຕົ້ນທຶນທີ່ເພີ່ມຂຶ້ນຈະຫລຸດຄວາມສາມາດໃນການສ້າງກຳໄລໃນປີໜ້າ, ແຕ່ການຫລຸດລົງຂອງລາຄານ້ຳມັນ ແລະ ການຄາດຄະເນການຂະຫຍາຍຕົວທາງເສດຖະກິດທີ່ແຂງແກ່ນຈະຊ່ວຍໜຸນຜົນປະກອບການ ແລະ ມີຄວາມເຊື່ອໝັ້ນວ່າອຸດສາຫະກຳການບິນຈະມີອະນາຄົດທີ່ສົດໃສຕໍ່ໄປຢ່າງໜ້ອຍອີກ 1 ປີ.
IATA ຄາດຄະເນວ່າ: ທຸກພາກພື້ນ ຍົກເວັ້ນອາຟຣິກາ ຈະມີກຳໄລໃນປີນີ້ ແລະ ປີໜ້າ ນຳໂດຍພາກພື້ນອາເມລິກາເໜືອ ເຊິ່ງຈະມີອັດຕາສ່ວນກຳໄລປະມານເຄິ່ງໜຶ່ງຂອງອຸດສາຫະກຳການບິນທົ່ວໂລກ ໂດຍຄາດວ່າຈະມີກຳໄລສຸດທິປະມານ 1,66 ໝື່ນລ້ານໂດລາສະຫະລັດ ໃນປີໜ້າ ເພີ່ມຂຶ້ນຈາກ 1,47 ໝື່ນລ້ານໂດລາສະຫະລັດ ໃນປີນີ້, ສ່ວນພາກພື້ນອາຊີ-ປາຊີຟິກຄາດວ່າຈະມີກຳໄລສຸດທິປະມານ 1,04 ໝື່ນລ້ານໂດລາສະຫະລັດ ໃນປີໜ້າ ເພີ່ມຂຶ້ນຈາກ 9,6 ພັນລ້ານໂດລາສະຫະລັດ ໃນປີນີ້.