UN ເຜີຍຜົນຜະລິດອາຫານຢູ່ ສປປ ເກົາຫລີ ຫລຸດລົງໃນປີ 2018
ໂຄງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ: ຜົນຜະລິດອາຫານຢູ່ ສປປ ເກົາຫລີ ປີນີ້ຫລຸດລົງ.
ລາຍງານທ່າອ່ຽງ ແລະ ສະຖານະການອາຫານລາຍໄຕມາດຂອງ FAO ລະບຸວ່າ: ເຂົ້າ ແລະ ເຂົ້າສາລີ ຖືເປັນອາຫານຫລັກຂອງ ສປປ ເກົາຫລີ, ແຕ່ຄາດວ່າຜົນຜະລິດຕໍ່າກວ່າປະລິມານສະເລ່ຍ ເນື່ອງຈາກຝົນບໍ່ຕົກຕາມລະດູການ ແລະ ລະບົບຊົນລະປະທານບໍ່ດີ ຈາກສະຖານະການດັ່ງກ່າວເຮັດໃຫ້ ສປປ ເກົາຫລີ ຕ້ອງນຳເຂົ້າອາຫານ 641.000 ໂຕນໃນປີໜ້າ ເພີ່ມຈາກ 456.000 ໂຕນໃນປີນີ້ ເຊິ່ງຈັດຊື້ອາຫານ 390.000 ໂຕນ ແລະ ໄດ້ຮັບການຊ່ວຍເຫລືອດ້ານອາຫານອີກ 66.000 ໂຕນ. UN ລາຍງານວ່າ: ຜົນຜະລິດທາງກະສິກຳຢູ່ ສປປ ເກົາຫລີ ຢູ່ໃນສະພາບຊຸດໂຊມຕໍ່ເນື່ອງ ແລະ ມີເນື້ອທີ່ປູກຝັງຈຳກັດໃນປະເທດ ເຊິ່ງມັກປະສົບສະພາບອຶດຫິວ, ປະຊາຊົນຫລາຍແສນຄົນເສຍຊີວິດໃນໄລຍະກາງທົດສະວັດຫລັງປີ 1990.