ມີຜູ້ເສຍຊີວິດ 13 ຄົນຈາກ ອຸທົກກະໄພທາງພາກກາງຫວຽດນາມ
ເຈົ້າໜ້າທີ່ຫວຽດນາມ ກ່າວວ່າ: ຝົນຕົກໜັກເຮັດໃຫ້ເກີດນ້ຳຖ້ວມ ມີຜູ້ເສຍຊີວິດ 13 ຄົນທາງພາກກາງຫວຽດນາມ ໃນວັນທີ 13 ທັນວານີ້, ຂະນະທີ່ກະສິກອນພະຍາຍາມເລັ່ງເກັບກ່ຽວຜົນຜະລິດ ແລະ ປ້ອງກັນສັດລ້ຽງໄວ້ກ່ອນສະພາບອາກາດຮຸນແຮງໜັກຂຶ້ນໃນອາທິດນີ້.
ຝົນຕົກໜັກໃນ 6 ແຂວງທາງພາກກາງຂອງຫວຽດນາມ ນັບແຕ່ວັນທີ 8 ທັນວາ ເຮັດໃຫ້ງົວ ແລະ ໄກ່ຕາຍຫລາຍພັນໂຕ, ນ້ຳຖ້ວມຫລາຍພື້ນທີ່ ເຊິ່ງລວມທັງເມືອງດານັງ. ເຈົ້າໜ້າທີ່ສຳນັກງານບໍລິຫານແກ້ໄຂໄພພິບັດຫວຽດນາມ ກ່າວໃນວັນທີ 13 ທັນວາວ່າ: ປະລິມານຝົນຕົກສະສົມກວ່າ 20 ນິ້ວໃນບາງພື້ນທີ່ ມີຜູ້ເສຍຊີວິດ 13 ຄົນ ແລະ ສູນຫາຍ 1 ຄົນຢູ່ແຂວງກວາງງາຍ, ເນື້ອທີ່ກະສິກຳເສຍຫາຍ 75.000 ໄລ່ ແລະ ສັດລ້ຽງຕາຍປະມານ 160.000 ໂຕ, ຫລາຍພື້ນທີ່ຢູ່ແຂວງກວາງນຳ ແລະ ກວາງງາຍຍັງຈົມຢູ່ໃຕ້ນ້ຳ ພາຍຫລັງໂຮງໄຟຟ້າພະລັງນ້ຳລະບາຍນ້ຳຈາກອ່າງເກັບນ້ຳອອກ.