ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
ພິທີມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລະຫວ່າງທ່ານ ພົນຕີສົມແກ້ວ ສີລາວົງ ຜູ້ເກົ່າ ແລະ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ຜູ້ໃໝ່ໄດ້ມີຂຶ້ນໃນວັນທີ 13 ທັນວານີ້, ໂດຍມີທ່ານ ພັນຄຳ ວິພາວັນຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ.
ໃນພິທີ, ທ່ານ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຂອງກົມການເມືອງສູນກາງພັກ 051/ກມສພ ລົງວັນທີ 23 ພະຈິກ 2018 ວ່າດ້ວຍການໂຍກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່, ໂຍກຍ້າຍ ພົນຕີ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ເລຂາຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ແລະ ໂຍກຍ້າຍ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງເລຂາຄະນະພັກກະຊວງປ້ອງກັນປະເທດ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ໂອກາດນີ້, ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຜູ້ເກົ່າແລະ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ໃໝ່ ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ.
ໃນໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ໂອ້ລົມຕໍ່ພິທີ, ໂດຍຊີ້ນໍາຄະນະບັນຊາກະຊວງປ້ອງກັນຄວາມສະຫບົງ ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ໜັກແໜ້ນ ເພື່ອໃຫ້ຕອບສະໜອງຕາມຄວາມຕ້ອງການແຕ່ລະໄລຍະ, ພ້ອມທັງ ປອດໃສ, ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ”.