ຖະແຫລງການຮ່ວມລະຫວ່າງສອງລັດຖະບານລາວ-ໄທ
ວັນທີ 14 ທັນວານີ້, ພາຍຫລັງສຳເລັດການເຂົ້າຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ໄດ້ມີຖະແຫລງການຮ່ວມ, ເຊິ່ງສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງໃນຂອບທະວີພາຄີ ແລະ ພະຫຸພາຄີ ອັນເປັນການຕອບສະໜອງຕໍ່ສິດຜົນປະໂຫຍດຂອງປະຊາຊົນສອງຊາດຢ່າງແທ້ຈິງ ເພື່ອພ້ອມກັນກ້າວໄປສູ່ຄວາມວັດທະນາຖາວອນ.
ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ຢືນຢັນສືບຕໍ່ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານພະລັງງານໄຟຟ້າ ໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ ເພື່ອພ້ອມກັນພັດທະນາ ປະກອບສ່ວນເຮັດໃຫ້ການສ້າງປະຊາຄົມເສດຖະກິດອາຊຽນ ມີຄວາມເຂັ້ມແຂງຍິ່ງຂຶ້ນ, ໂດຍສະເພາະການຮ່ວມທຶນນໍາກັນ ເພື່ອສ້າງຖານຜະ ລິດອັນດຽວກັນ. ທັງນີ້, ກໍເພື່ອຈະເປັນການສົ່ງເສີມການຄ້າໃຫ້ເຕີບໂຕໄວຂຶ້ນ.
ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ທົບທວນຄືນຜົນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໃນແຕ່ລະດ້ານ ແລະ ໄດ້ເປັນເອກະພາບກັນ ກ່ຽວກັບທິດທາງໃນການເສີມຂະຫຍາຍການພົວພັນລະຫວ່າງສອງປະເທດ ໃນຕໍ່ໜ້າໃຫ້ມີຄວາມຄືບໜ້າ ແລະ ມີບາດກ້າວອັນໃໝ່ ເພື່ອປູພື້ນຖານໃຫ້ແກ່ການກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາແບບຍືນຍົງໃນອານາຄົດ.