ທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຮັບເລື່ອນຊັ້ນຂຶ້ນເປັນພົນເອກ
ພິທີປະກາດເລື່ອນຊັ້ນ ພົນໂທ ຂຶ້ນເປັນ ພົນເອກ ໃຫ້ທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ຕາມລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວໄດ້ຈັດຂຶ້ນໃນວັນທີ 13 ທັນວານີ້ ຢູ່ກະຊວງປ້ອງກັນປະເທດ, ໂດຍມີທ່ານຮອງປະທານປະເທດ ພັນຄຳ ວິພາວັນ ເຂົ້າຮ່ວມ ແລະ ປະດັບຊັ້ນດັ່ງກ່າວ, ພ້ອມທັງໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ທ່ານ ຈັນສະໝອນ ຈັນຍາລາດ ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຜ່ານມາ ແລະ ເນັ້ນໃຫ້ທ່ານຈົ່ງສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຜົນງານຂອງຕົນໃຫ້ສູງເດັ່ນຂຶ້ນເລື້ອຍໆ ເພື່ອເພີ່ມທະວີຄວາມເປັນແບບຢ່າງນຳໜ້າໃຫ້ຄະນະພັກ-ຄະນະບັນຊາກະຊວງປ້ອງກັນປະເທດໃຫ້ໜັກແໜ້ນເຂັ້ມແຂງ, ເພີ່ມທະວີການຊີ້ນຳ-ນຳພາກຳລັງປະກອບອາວຸດໃຫ້ຕັ້ງໜ້າຕີຖອຍທຸກກົນອຸບາຍຫັນປ່ຽນຂອງກຸ່ມຄົນບໍ່ດີທີ່ຫວັງທຳລາຍມ້າງເພພັກ-ລັດ ກໍຄືປະເທດຊາດເຮົາໃຫ້ໝົດໄປຢ່າງຊິ້ນເຊິງ.