ປະທານປະເທດຮຽກຮ້ອງຜູ້ຊົງຄຸນວຸດທິເປັນເຈົ້າການປະຕິບັດສິດ ແລະ ພັນທະພົນລະເມືອງລາວທີ່ດີ
ໃນໂອກາດໃຫ້ກຽດເຂົ້າຮ່ວມໂອ້ລົມກອງປະຊຸມຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດຄັ້ງທີ III ໃນວັນທີ 13 ທັນວານີ້, ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານຜູ້ຊົງຄຸນວຸດທິ ທີ່ໄດ້ມາຮ່ວມກອງປະຊຸມອັນມີຄວາມໝາຍສໍາຄັນນີ້. ພ້ອມໄດ້ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ເປັນຫ່ວງເປັນໃຍຕໍ່ພີ່ນ້ອງລາວບັນດາເຜົ່າທັງຢູ່ພາຍໃນ ແລະ ຕ່າງປະເທດ.
ທ່ານປະທານປະເທດ ກ່າວວ່າ: ກອງປະຊຸມຜູ້ຊົງຄຸນວຸດທິຄັ້ງນີ້, ເປັນສັນຍາລັກແຫ່ງຄວາມຕັດສິນໃຈເພີ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າບັນດາຊັ້ນຄົນ ກໍຄືຄວາມສາມັກຄີປອງດອງລະຫວ່າງຄົນລາວທີ່ຮັກຊາດຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ. ຄວາມສາມັກຄີປອງດອງທີ່ສະແດງອອກນີ້, ເປັນການຕັດສິນໃຈຮ່ວມພະລັງໃນການສ້າງສາພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ, ພ້ອມທັງເຊື່ອໝັ້ນຢ່າງແນວແນທີ່ສຸດວ່າ: ນີ້ແຫລະຄືປັດໄຈຄໍ້າປະກັນໃຫ້ພວກເຮົາມີກໍາລັງແຮງ ເພື່ອສືບຕໍ່ນໍາພາປະເທດຊາດສູ່ຄວາມຈະເລີນວັດທະນາຕໍ່ໆໄປ, ເຖິງວ່າຈະມີສິ່ງທ້າທາຍໃໝ່ໃນການພັດທະນາ, ທຸກພາກສ່ວນເສດຖະກິດ, ທຸກຊຸມຊົນໃນຊົນນະບົດ, ທຸກກໍາລັງເສດຖະກິດ-ສັງຄົມໃນຕົວເມືອງ ແລະ ທຸກຊັ້ນຄົນ ລ້ວນແຕ່ມີບົດບາດສໍາຄັນ ໂດຍສະເພາະແມ່ນອົງການຈັດຕັ້ງແນວລາວສ້າງຊາດແຕ່ລະຂັ້ນໃນການເປັນບ່ອນເຕົ້າໂຮມ, ປຶກສາຫາລື, ທັງເປັນຂົວຕໍ່ລະຫວ່າງຜູ້ຊົງຄຸນວຸດທິກັບບັນດາອົງການຈັດຕັ້ງຂອງພັກ ແລະ ລັດຢູ່ໃນແຕ່ລະຂັ້ນ.
ພັກ, ລັດ ແລະ ປະຊາຊົນລາວ ຢູ່ພາຍໃນປະເທດ ຍາມໃດກໍຖືຄົນລາວທີ່ດໍາລົງຊີວິດ, ທໍາມາຫາກິນຢູ່ຕ່າງປະເທດ ເປັນສ່ວນໜຶ່ງຂອງວົງຄະນາຍາດຊາດລາວ ແລະ ເປັນເລືອດເນື້ອເຊື້ອລາວທີ່ບໍ່ເຄີຍຕັດຂາດ. ຄົນລາວຢູ່ພາຍໃນປະເທດ ແລະ ຄົນລາວທີ່ຍ້າຍຈາກຖິ່ນຖານບ້ານເກີດໄປດໍາລົງຊີວິດ, ປະ ກອບອາຊີບ, ທໍາມາຫາກິນຢູ່ຕ່າງປະເທດ ແມ່ນຄວາມເປັນລາວທີ່ມີເລືອດເນື້ອເຊື້ອລາວ, ມີວັດທະນະທໍາຮີດຄອງປະເພນີທີ່ເປັນເອກະລັກ ແລະ ເປັນຄຸນຄ່າທາງຈິດໃຈ ອັນລວມແມ່ນຄົນລາວທຸກເຜົ່າທັງຢູ່ໃນປະເທດ ແລະ ຕ່າງປະເທດລ້ນແລ້ວແຕ່ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ຄວາມຜູກພັນດ້ານເຊື້ອສາຍວົງຕະກຸນ ນັບແຕ່ບັນພະບູລຸດ. ຍ້ອນແນວນັ້ນ ພັກ, ລັດຖະບານໄດ້ເປີດໂອກາດໃຫ້ຄົນລາວຢູ່ຕ່າງປະເທດກັບມາຢ້ຽມຢາມພີ່ນ້ອງ, ບ້ານເກີດເມືອງນອນ, ຜູ້ມີທຶນຮອນຢາກລົງທຶນທໍາມາຫາກິນ ກໍໃຫ້ເງື່ອນໄຂບູລິມະສິດຕໍ່ເຂົາເຈົ້າ. ຂ້າພະເຈົ້າເຊື່ອວ່າ ພວກເຮົາທີ່ນັ່ງຢູ່ທີ່ນີ້ ກໍຫວັງຢາກໃຫ້ຄົນລາວທຸກຄົນ ໄດ້ມີສ່ວນຮ່ວມໃນການສ້າງສາພັດທະນາບ້ານເມືອງໃຫ້ສືບຕໍ່ກ້າວເດີນ ແລະ ຈະເລີນຮຸ່ງເຮືອງບໍ່ຢຸດຢັ້ງ; ແນ່ນອນທີ່ສຸດ ຈະບໍ່ປະສົງໃຫ້ບຸກຄົນ ຫລື ກຸ່ມຄົນໃດມ້າງເພພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ອັນແສນຮັກ ຂອງພວກເຮົາ. ໃນໂອກາດນີ້, ທ່ານປະທານປະເທດ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ຊົງຄຸນວຸດທິ ຈົ່ງເຊີດຊູຄວາມເປັນແບບຢ່າງ, ຮັກສາຄວາມເຊື່ອໝັ້ນ ແລະ ຄວາມສັດທາຈາກມະຫາຊົນ ເພື່ອເປັນຫລັກກແຫລ່ງເຕົ້າ ໂຮມຄວາມສາມັກຄີ, ຂົນຂວາຍປຸກລະດົມປະຊາຊົນບັນດາເຜົ່າ, ຊັ້ນຄົນ, ເພດ, ໄວ ເຂົ້າຮ່ວມການປົກປັກຮັກສາປະເທດຊາດ, ເປັນເຈົ້າການປະຕິບັດສິດ ແລະ ພັນທະຂອງພົນລະເມືອງ ກໍຄື ຮູ້ປົກປ້ອງສິດຜົນປະໂຫຍດຂອງຕົນ, ເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງສັງຄົມຕາມກົດໝາຍ, ປະກອບສ່ວນສ້າງຄວາມໂປ່ງໃສ ເຂັ້ມແຂງ ໃນການເຄື່ອນໄຫວຂອງກົງຈັກລັດ; ຕັ້ງໜ້າຮ່ວມກັບການຈັດຕັ້ງພັກ, ອໍານາດການປົກຄອງແຕ່ລະຂັ້ນ ເພື່ອປຸກລະດົມຂະບວນການມະຫາຊົນ ໃນການພັດທະນາຕົນເອງ, ຄອບຄົວ ແລະ ພັດທະນາທ້ອງຖິ່ນຮາກຖານ ກໍຄື ຂະແໜງການຕ່າງໆຂອງສັງຄົມໃຫ້ນັບມື້ຈະເລີນສີວິໄລ.