ສປຊ ກ່າວເຕືອນ ເຢເມນ ອາດຈະຕົກ ເຂົ້າສູ່ສະພາບການຊົ່ວຮ້າຍໃນປີ 2019
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ອັນໂຕນິໂອ ກູເຕີເຣັສ ກ່າວເຕືອນວ່າ: ເຢເມນ ອາດຈະຕົກເຂົ້າສູ່ສະພາບການຊົ່ວຮ້າຍໃນປີ 2019 ຫລາຍກວ່າອີກ.
ຖ້າບັນດາຝ່າຍເຂົ້າຮ່ວມການປະທະກັນຢູ່ປະເທດນີ້ບໍ່ລົງນາມໃນຂໍ້ຕົກລົງສັນຕິພາບ ກໍຄືສະກັດກັ້ນວິກິດການມະນຸດສະທຳ. ວັນທີ 16 ທັນວາ, ກ່າວຄຳເຫັນຢູ່ກອງປະຊຸມຂ່າວໃນນະຄອນຫລວງໂດຮາ ປະເທດກາຕາ, ທ່ານ ອັນໂຕນິໂອ ກູເຕີເຣັສ ໃຫ້ຮູ້ວ່າ: ປະຊາຊົນເຢເມນຈຳນວນຫລາຍພວມປະສົບຄວາມຫຍຸ້ງຍາກທີ່ສຸດໃນເງື່ອນໄຂດຳລົງຊີວິດ ຍ້ອນຂາດອາຫານ. ທ່ານເລຂາທິການໃຫຍ່ ສປຊ ກ່າວເຕືອນວ່າ: ບໍ່ມີສັນຕິພາບ, ເຢເມນຈະຕົກເຂົ້າສູ່ສະພາບການຊົ່ວຮ້າຍຫລາຍກວ່າອີກເມື່ອທຽບໃສ່ປັດຈຸບັນ.
ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ດຳເນີນການສືບສວນຢ່າງເຂັ້ມງວດ ກໍຄືລົງໂທດພວກທີ່ກໍ່ໃຫ້ເກີດເຫດເຖິງແກ່ຄວາມຕາຍຂອງນັກຂ່າວ Jamal Khashoggi ຢູ່ສະຖານກົງສຸນອາຣັບບີ ຊາອຸດິດ ໃນນະຄອນອິສຕັນບູລ ປະເທດຕວກກີ.