ຈອນ ຮິກກິນ ເລີ່ມຮູ້ສຶກຢາກລາ ວົງການອາຊີບສະນຸກເກີ
ຖືເປັນເລື່ອງສະເທືອນຄົນໃນວົງການສະນຸກເກີ ຫລັງຈາກ ຈອນ ຮິກກິນ ນັກສະນຸກເກີມື 4 ຂອງໂລກຈາກສະກອດແລນ ອອກມາໃຫ້ສຳພາດໃນລະຫວ່າງການແຂ່ງຂັນລາຍການສະກອດໂອເພັນ 2018 ວ່າ: ອາດຈະເລີກຫລິ້ນຫລັງຈົບລະດູການນີ້ ຖ້າໝົດຄວາມທ້າທາຍ.
ທັງທີໃນລະຫວ່າງການແຂ່ງຂັນລາຍການນີ້ ເຊິ່ງແຂ່ງຂັນຢູ່ປະເທດບ້ານເກີດຂອງຕົນເອງ ນັກສະນຸກເກີໄວ 43 ປີ ສາມາດເຮັດແມັກຊີມຳເບຣກທີ 9 ຂອງຕົນເອງໃນການແຂ່ງຂັນຮອບ 2 ທີ່ເອົາຊະນະ ເຈີຣາດ ກຣີນ ມື 73 ຂອງໂລກຈາກໄອຣແລນເໜືອ 4-0 ເຟຣມ ແລະ ຍັງມີຜົນງານຢູ່ອັນດັບຕົ້ນໆຂອງໂລກນຳອີກ ໂດຍສະເພາະໃນການແຂ່ງຂັນຊີງແຊ້ມໂລກ 2 ຄັ້ງຫລັງສຸດ ສາມາດຜ່ານເຂົ້າສູ່ຮອບຊີງຊະນະເລີດໄດ້ທັງ 2 ຄັ້ງ ເຖິງວ່າຈະໄດ້ພຽງຮອງແຊ້ມທັງ 2 ຄັ້ງກໍຕາມ.
ສາເຫດທີ່ເຮັດໃຫ້ເລີ່ມຮູ້ສຶກຢາກລາອາຊີບນັ້ນ ເຈົ້າຂອງແຊ້ມທຣິບເປິ້ນຄຣາວ 9 ລາຍການ ກ່າວວ່າ: ຄວາມຮູ້ສຶກນີ້ເກີດຂຶ້ນໃນເດືອນກ່ອນ ເມື່ອເກີດຄວາມຄິດຢາກຢູ່ກັບຄອບຄົວໃຫ້ຫລາຍຂຶ້ນ. ນອກຈາກນີ້ ເລີ່ມຮູ້ສຶກເບື່ອກັບການເດີນທາງໄປແຂ່ງຂັນ.
ກ່ອນໜ້ານີ້ ມີນັກສະນຸກເກີຫລາຍຄົນຕັດສິນໃຈລາວົງການສະນຸກເກີໂລກ ເຊິ່ງສ່ວນຫລາຍຕັດສິນໃຈເພາະຟອມການຫລິ້ນຫລຸດລົງຕາມອາຍຸ ຈົນຫລຸດທົວໄປເອງ (ບໍ່ຕິດອັນດັບ 1-64 ຂອງໂລກ) ພ້ອມບໍ່ໄດ້ສິດລົງແຂ່ງຂັນຕໍ່ໃນລະດູການຕໍ່ໄປ. ມີພຽງ ສະຕີເຟ່ນ ເຣນດຣີ້ ຕຳນານນັກສະນຸກເກີຊາວສະກອດພຽງຄົນດຽວເທົ່ານັ້ນທີ່ຕັດສິນໃຈລາອາຊີບໃນຕອນທີ່ລາວຍັງຢູ່ໃນອັນດັບ 1-16 ຂອງໂລກ ໃນລະຫວ່າງການແຂ່ງຂັນຊີງແຊ້ມໂລກໃນປີ 2012.