ລາວເລັ່ງຄຸ້ມຄອງຜູ້ອອກແຮງງານເຄື່ອນຍ້າຍໃຫ້ເຂົ້າສູ່ລະບຽບ
ກອງປະຊຸມເຄືອຂ່າຍປະຕິບັດວຽກງານແຮງງານເຄື່ອນຍ້າຍໄດ້ຈັດຂຶ້ນໃນວັນທີ 13 ທັນວານີ້, ຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າກົມຄຸ້ມຄອງແຮງງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ຕາງໜ້າອົງການແຮງງານສາກົນ ແລະ ເຄືອຂ່າຍແຮງງານປະເທດຕ່າງໆເຂົ້າຮ່ວມນຳດ້ວຍ.
ທ່ານຫົວໜ້າກົມຄຸ້ມຄອງແຮງງານ ໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ອອກແຮງງານໃນພາກພຶ້ນອາຊີ ຍິ່ງນັບມື້ມີການເຄື່ອນຍ້ານໄປ-ມາເພີ່ມຂຶ້ນອັນເປັນສິ່ງທ້າທາຍ ແລະ ໂອກາດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດຕ່າງໆ ໃນພາກພຶ້ນ, ດັ່ງນັ້ນຖ້າມີການຄຸ້ມຄອງແຮງງານຢ່າງຖືກຕ້ອງ, ພ້ອມໃຫ້ຄວາມເຄົາລົບຕໍ່ສິດຂອງແຮງງານເຄື່ອນຍ້າຍ, ໂດຍສະເພາະແຮງງານທີ່ມີສີມືພຶ້ນຖານ, ເພາະປັດຈຸບັນແຮງງານດັ່ງກ່າວສ່ວນຫລາຍຍັງປະສົບຄວາມສ່ຽງມີຄວາມສ່ຽງສູງກັບການຖືກເອົາປຽບ ແລະ ກົດຂີ່ຂູດຮີດ, ການເຄື່ອນຍ້າຍແຮງງານແບບບໍ່ຖືກລະບຽບການຍັງມີຫລາຍ, ພວກເຮົາກໍຮູ້ດີວ່າເວລາແຮງງານເຄື່ອນຍ້າຍໄປອອກແຮງງານບໍ່ຖືກລະບຽບການ ໝາຍເຖິງບໍ່ໄດ້ຮັບການປົກປ້ອງສິດເທົ່າທີ່ຄວນ, ຊຶ່ງນໍາໄປສູ່ການຖືກເອົາປຽບ ແລະ ກົດຂີ່ໃນການເຮັດວຽກ ຫລື ກາຍເປັນແຮງງານບັງຄັບ ແລະ ຕົກຢູ່ໃນວົງຈອນຂອງການຄ້າມະນຸດ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ປັດຈຸບັນ, ການແກ້ໄຂສະພາບບັນຫາແຮງງານເຄື່ອນຍ້າຍແມ່ນເປັນບັນຫາເລັ່ງດ່ວນທີ່ຕ້ອງແກ້ໄຂ, ເມື່ອບໍ່ດົນມານີ້, ຂະແຫນງການກ່ຽວຂ້ອງກໍໄດ້ລົງສຶກສາອົບຮົມ ແລະ ໂຄສະນາໃຫ້ປະຊາຊົນຢູ່ໃນກຸ່ມເປົ້າໝາຍຕ່າງໆ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງຄວາມສ່ຽງ ແລະ ຄວາມອັນຕະລາຍຂອງການລັກລອບໄປອອກແຮງງານຢູ່ຕ່າງປະເທດ ແລະ ນັບແຕ່ເດືອນສິງຫາ 2017 ເຖິງເດືອນມິຖຸນາ 2018 ໜ່ວຍງານປັບສະຖານະພາບແຮງງານລາວໄດ້ອອກໜັງສືຢັ້ງຢືນສະຖານະບຸກຄົນໃຫ້ແຮງງານ ແລະ ຜູ້ຕິດຕາມທີ່ໄປອອກແຮງງານຢູ່ປະເທດໄທໄດ້ 40 ພັນກ່ວາຄົນເທົ່າກັບ 57% ຂອງຈຳນວນແຮງງານດັ່ງກ່າວ, ຊຶ່ງສ່ວນຫລາຍແມ່ນເຮັດວຽກໃນປະເທດໄທ.