ຮອດປີ 2020 ລາວຈະມີເຂື່ອນໄຟຟ້າຕື່ມອີກ36 ໂຄງການ


ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ນັບແຕ່ປີ 2019-2020 ຈະມີໂຄງການເຂື່ອນໄຟຟ້າກໍ່ສ້າງສຳເລັດ 36 ແຫ່ງ ລວມມີກຳລັງຕິດຕັ້ງ 4.184 ເມກາວັດ, ໃນນັ້ນ ເຂື່ອນຂະໜາດກາງຫາໃຫຍ່ມີ 14 ໂຄງການ, ເຂື່ອນຂະໜາດນ້ອຍ 15 ເມກາວັດລົງມາ22 ໂຄງການ. ມາຮອດປັດຈຸບັນສາມາດສະໜອງໄຟຟ້າຊົມໃຊ້ຖາວອນກວມ 94% ຂອງຄອບຄົວໃນທົ່ວປະເທດ. ສ່ວນການສົ່ງອອກໄຟຟ້າໃຫ້ປະເທດໃກ້ຄຽງ ຄາດວ່າຮອດປີ2020 ຈະສາມາດບັນລຸໄດ້ຄື: ຣາຊະອານາຈັກໄທ7.000 ເມກາວັດ, ສສ ຫວຽດນາມ 1.000 ເມກາວັດ, ກຳປູເຈຍ 200 ເມກາວັດ, ມຽນມາ 100 ເມກາວັດ ແລະ ມາເລເຊຍ 300 ເມກາວັດ. ນອກນີ້ ຍັງໄດ້ສຳເລັດການເຊັນສັນຍາຮ່ວມມືກໍ່ສ້າງສາຍສົ່ງໄຟຟ້າແຫ່ງຊາດກັບ ສປຈີນຕື່ມອີກ.
ກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ປະເທດເຮົາມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ເປັນຕົ້ນພູຜາປ່າດົງ, ແມ່ນ້ຳລຳເຊຫລາຍສາຍໄຫລຜ່ານແຕ່ເໜືອຮອດໃຕ້, ພ້ອມນີ້ມີຝົນຕົກປະລິມານສະເລ່ຍເຖິງ 2.000-3.000 ມິນລີແມັດຕໍ່ປີ ເຊິ່ງເປັນທ່າແຮງທີ່ສາມາດພັດທະນາເປັນພະລັງງານໄຟຟ້ານ້ຳຕົກໄດ້ເຖິງ 30 ພັນກວ່າແມັດກ້ອນ.
ໃນປີ 1975 ປະເທດເຮົາມີແຫລ່ງຜະລິດພະລັງງານໄຟຟ້ານ້ຳຕົກໃຫຍ່ພຽງ 1 ແຫ່ງຄື: ເຂື່ອນໄຟຟ້ານ້ຳງື່ມ 1 ຢູ່ແຂວງວຽງຈັນ ທີ່ມີກຳລັງຕິດຕັ້ງພຽງ 30 ເມກາວັດ ແລະ ເຂື່ອນໄຟຟ້າຂະໜາດນ້ອຍອີກ 2 ແຫ່ງຄື: ເຂື່ອນນ້ຳດົງ ຢູ່ແຂວງຫລວງພະບາງ ມີກຳລັງຕິດຕັ້ງ 1 ເມກາວັດ ແລະ ເຂື່ອນເຊລະບຳ ຢູ່ແຂວງສາລະວັນ ມີກຳລັງຕິດຕັ້ງ 1 ເມກາວັດ ເຊັ່ນກັນ ແລະ ໃນເວລານັ້ນ ມີປະຊາຊົນໄດ້ຊົມໃຊ້ໄຟຟ້າພຽງແຕ່ 5 ຕົວເມືອງໃຫຍ່ເຊັ່ນ: ນະຄອນຫລວງວຽງຈັນ, ຫລວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ກວມພຽງ 10% ຂອງຄົວເຮືອນໃນທົ່ວປະເທດ, ມາຮອດປັດຈຸບັນທົ່ວປະເທດມີແຫລ່ງຜະລິດໄຟຟ້າແລ້ວ 61 ແຫ່ງ ລວມມີກຳລັງຕິດຕັ້ງ 7.207 ເມກາວັດ ແລະ ສາມາດຜະລິດກະແສໄຟຟ້າໄດ້ 37.366 ກິກາວັດໂມງຕໍ່ປີ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດເຕີບໃຫຍ່ຂະຫຍາຍຕົວຕະຫລອດມາ.