ຜູ້ນຳຈີນປະກາດສືບຕໍ່ປະຕິຮູບ ເສດຖະກິດບົນເສັ້ນທາງສັງຄົມ ນິຍົມຕາມແບບສະບັບຂອງຕົນເອງ
ປະທານາທິບໍດີ ສີ ຈິ້ນຜິງ ກ່າວວ່າ: ຈີນຈະຍັງເດີນໜ້າປະຕິຮູບເສດຖະກິດບົນເສັ້ນທາງ “ສັງຄົມນິຍົມຕາມແບບສະບັບຂອງຕົນເອງ” ເພື່ອການເປີດໂອກາດທາງການຄ້າແກ່ບັນດາປະເທດໃຫ້ຫລາຍຂຶ້ນ ໃນໂອກາດຄົບຮອບ 40 ປີ ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ສີ ຈິ້ນຜິງ ກ່າວປາໄສໃນກອງປະຊຸມສະມັດຊາໃຫຍ່ພັກກອມມູນິດ (CPC) ວາລະພິເສດ ໃນນະຄອນຫລວງປັກກິ່ງ ໃນວັນທີ 18 ທັນວານີ້ ເຊິ່ງກົງກັບການສະເຫລີມສະຫລອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ຄົບຮອບ 40 ປີ. ທ່ານ ສີ ຈິ້ນຜິງ ກ່າວໃນຕອນໜຶ່ງວ່າ: ນັບແຕ່ແຜນຍຸດທະສາດດັ່ງກ່າວໄດ້ຮັບການອະນຸມັດຈາກກອງປະຊຸມ CPC ໃຫ້ມີຜົນບັງຄັບໃຊ້ໃນວັນທີ 18 ທັນວາ 1978 ອັດຕາສ່ວນລວມຍອດຜະລິດຕະພັນພາຍໃນ (GDP) ຂອງຈີນຕໍ່ເສດຖະກິດໂລກ ເພີ່ມຂຶ້ນຈາກ 1,8% ເປັນ 15,2%, GDP ຂອງຈີນມີມູນຄ່າສູງເຖິງ 82,7 ຕື້ຢວນ ໃນປີ 2017 ຖືເປັນປະເທດທີ່ມີຂະໜາດທາງເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກໃນປັດຈຸບັນ ໂດຍເປັນຮອງພຽງອາເມລິກາເທົ່ານັ້ນ.
ທ່ານ ສີ ຈິ້ນຜິງ ກ່າວອີກວ່າ: ການພັດທະນາຂອງຈີນແຍກອອກຈາກໂລກບໍ່ໄດ້, ຄວາມຈະເລີນຮຸ່ງເຮືອງຂອງໂລກກໍຕ້ອງການຈີນເຊັ່ນກັນ. ຈີນຕ້ອງຍຶດໝັ້ນການເປີດກວ້າງເປີດປະຕູສູ່ພາຍນອກ, ຊຸກຍູ້ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງທົ່ວມວນມະນຸດ. ຈີນຈະຊຸກຍູ້ການສ້າງການພົວພັນສາກົນແບບໃໝ່ທີ່ຕ່າງເຄົາລົບກັນ, ມີຄວາມຍຸຕິທຳ, ເປັນທຳ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ; ຈີນເຄົາລົບສິດຂອງປະຊາຊົນປະເທດຕ່າງໆໃນການເລືອກເສັ້ນທາງພັດທະນາດ້ວຍຕົນເອງ, ຄັດຄ້ານການບັງຄັບຄົນອື່ນຮັບເອົາຄຳເຫັນຂອງຕົນເອງ, ຄັດຄ້ານການແຊກແຊງວຽກງານພາຍໃນຂອງປະເທດອື່ນ, ຄັດຄ້ານປະເທດເຂັ້ມແຂງຂົ່ມເຫັງປະເທດນ້ອຍ; ຈີນຈະເສີມຂະຫຍາຍບົດບາດທີ່ເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ສະໜັບສະໜູນການພັດທະນາຂອງບັນດາປະເທດທີ່ພວມພັດທະນາ, ຕັ້ງໜ້າເຂົ້າຮ່ວມການປະຕິຮູບ ແລະ ການສ້າງລະບົບການຄຸ້ມຄອງທົ່ວໂລກ; ຈີນສະໜັບສະໜູນລະບົບການຄ້າຫຼາຍຝ່າຍ, ຊຸກຍູ້ການຄ້າການລົງທຶນເສລີ ແລະ ມີຄວາມສະດວກກວ່າເກົ່າ; ຈະຖືເອົາການສ້າງໜຶ່ງແລວໜຶ່ງເສັ້ນທາງເປັນຈຸດສຸມ, ຮ່ວມກັບຝ່າຍຕ່າງໆສ້າງເວທີໃໝ່ແຫ່ງການຮ່ວມມືສາກົນ.
ທ່ານ ສີ ຈິ້ນຜິງ ເນັ້ນໜັກວ່າ: ຈີນເດັດຂາດຈະບໍ່ສະແຫວງຫາການພັດທະນາຕົນເອງດ້ວຍການສ້າງຜົນເສຍຫາຍຕໍ່ຜົນປະໂຫຍດຂອງປະເທດອື່ນ ແລະ ເດັດຂາດບໍ່ປ່ອຍປະລະເລີຍສິດທິຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຕົນ. ຈີນປະຕິບັດນະໂຍບາຍປ້ອງກັນປະເທດແບບປ້ອງກັນຕົນເອງ, ການພັດທະນາຂອງຈີນຈະບໍ່ເປັນໄພຂົ່ມຂູ່ຕໍ່ປະເທດໃດ, ຈີນຈະບໍ່ເປັນເຈົ້າໂລກເຖິງວ່າຕົນເອງຈະພັດທະນາໄປເຖິງຈຸດໃດກໍຕາມ.