ລະນຶກວັນສາກົນຕ້ານເອດຄົບຮອບ 30 ປີ
ອົງການສະຫະປະຊາຊາດຕ້ານເອດ, ອົງການອະນາໄມໂລກ ພ້ອມສະມາ ຄົມຜູ້ຕິດເຊື້ອເຮສໄອວີ ຫລື ເອດ (APL+)ຮ່ວມກັບສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ໄດ້ຈັດກິດຈະກຳປຸກລະດົມໃຫ້ມວນຊົນໄປກວດເລືອດຊອກຫາເຊື້ອເອດຂຶ້ນທີ່ນະຄອນຫລວງວຽງຈັນ, ເນື່ອງໃນວັນສາກົນຕ້ານເອດ1 ທັນວາ ຄົບຮອບ 30 ປີ ປະຈໍາປີ 2018,ພາຍໃຕ້ຄໍາຂວັນ “ເພື່ອຊີວິດຍືນຍາວ ຈົ່ງໄປກວດຫາເຊື້ອເຮສໄວວີ”.
ເພື່ອປຸກລະດົມໃຫ້ຄົນມາກວດເລືອດຊອກຫາເຊື້ອເອດ ແລະ ສົ່ງເສີມ ພຶດຕິກໍາທີ່ປອດໄພ, ຊ່ວຍເຮັດໃຫ້ອັດຕາການເສຍຊີວິດຍ້ອນພະຍາດເອດຫລຸດລົງ ແລະ ຜູ້ຕິດເຊື້ອ ໃຫ້ເຂົ້າຮັບການປິ່ນປົວທັນເວລາ, ພ້ອມທັງລະນຶກເຖິງຜູ້ທີ່ເສຍຊີວີດ ແລະ ໄດ້ຮັບຜົນກະທົບ, ທັງເປັນການເຕືອນໃຫ້ສັງຄົມຮູ້ວ່າ ພະ ຍາດເອດຍັງເປັນອຸປະສັກຕໍ່ບັນຫາສຸຂະພາບ ແລະ ການພັດທະນາອີກດ້ວຍ.
ປັດຈຸບັນ ທົ່ວໂລກມີຜູ້ທີ່ຕິດເຊື້ອເອດ ຫລາຍເຖິງ 9,4 ລ້ານຄົນ ທີ່ຍັງບໍ່ຮູ້ວ່າຕົນເອງຕິດ ເຊື້ອ. ສໍາລັບ ສປປ ລາວ ຄາດວ່າ 1 ໃນ 4 ຄົນ ຂອງຜູ້ຕິດເຊື້ອຍັງບໍ່ຮູ້ສະຖາ ນະພາບຂອງຕົນເອງ, ຄົນສ່ວນຫລາຍຍັງບໍ່ທັນເຂົ້າໄປຊອກຫາການປິ່ນປົວແຕ່ຫົວທີ ແລະ ເມື່ອເຂົ້າໄປປິ່ນປົວກໍມີອາການປ່ວຍໜັກແລ້ວ, ຢູ່ໃນອາຊີປາຊີຟິກ ມີພຽງ 1 ໃນ 3 ຂອງໄວໜຸ່ມຈາກກຸ່ມປະຊາກອນສ່ຽງ ແລະ ເຄິ່ງໜຶ່ງຂອງຜູ້ຂາຍບໍລິການທາງເພດ, ຊາຍມີເພດສໍາພັນກັບຊາຍ, ຜູ້ໃຊ້ເຂັມຢາເສບຕິດ ແລະ ກຸ່ມກະເທີຍ ຮູ້ວ່າຕົນເອງຕິດເຊື້ອ.
ໃນ 30 ປີຜ່ານມາ, ຕັ້ງແຕ່ໄດ້ຈັດວັນສາກົນຕ້ານເອດຄັ້ງທໍາອິດໃນປີ 1988 ການໂຕ້ຕອບບັນຫາໂລກເອດໄດ້ມີຄວາມຄືບຫນ້າຢ່າງຕໍ່ເນື່ອງ, ໃນທົ່ວໂລກມີ 75% ຂອງຜູ້ຕິດເຊື້ອໄດ້ເຂົ້າເຖິງການກວດເລືອດ ແລະ ຮູ້ວ່າຕົນເອງຕິດເຊື້ອ, ການທີ່ຮູ້ວ່າຕົນເອງຕິດເຊື້ອເອດ ແລະ ໄດ້ກິນຢາປິ່ນປົວ 1 ເມັດຕໍ່ມື້ ສາມາດຄວບຄຸມເຊື້ອເອດ ແລະ ເຮັດໃຫ້ລະບົບພູມຄຸ້ມກັນແຂງແຮງ. ປັດຈຸບັນ, ຜູ້ຕິດເຊື້ອສາມາດດໍາລົງຊີວິດໄດ້ຍືນຍາວ, ມີສຸຂະພາບແຂງແຮງປົກກະຕິ ແລະ ມີອາຍຸຍືນສະເລ່ຍຂອງຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວ ແມ່ນໄກ້ຄຽງກັບຜູ້ທີ່ບໍ່ຕິດເຊື້ອ. ສະນັ້ນການໄປກວດເລືອດ ແມ່ນປະຕູສຳຄັນທີ່ນຳໄປສູ່ການປ້ອງກັນເຊື້ອເອດ, ການປິ່ນປົວ, ການຮັກສາດູແລ ແລະ ຊ່ວຍເຫລືອ ເພື່ອໃຫ້ສຸຂະ ພາບແຂງແຮງ ແລະ ມີຊີວິດຍືນຍາວໄດ້.