ໝາກຖົ່ວລຽນ – ກາເຟ – ເຫລົ້າ ອາຫານອັນຕະລາຍຍາມຮ້ອນ
May 17, 2017 - 1:47 PM
ແພດເຕືອນວ່າການບໍລິໂພກ ອານກໍຮໍ – ອາຫານຈືນ – ກາເຟ – ນຳ້ອັດລົມ – ໝາກຖົ່ວລຽນ ບໍ່ດີຕໍ່ສຸຂະພາບໃນຍາມຮ້ອນ ເພາະເຮັດໃຫ້ຮ່າງກາຍເຮັດວຽກໜັກຈົນຂາດນຳ້ເຖິງຂັ້ນຊັອກໄດ້.
- ອານກໍຮໍ : ເພີ່ມຄວາມຮ້ອນໃຫ້ກັບຮ່າງກາຍໄດ້ໂດຍກົງ ຈາກລິດຂອງອານກໍຮໍ ນອກຈາກນັ້ນຍັງໄປເພີ່ມຄວາມຮ້ອນໃຫ້ກັບຕັບ ໂດຍເຮັດໃຫ້ຕັບເຮັດວຽກໜັກຈົນອອກຮ້ອນ ແລະ ຍັງເຮັດໃຫ້ເສັ້ນເລືອດຂະຫຍາຍ ແລະ ຍິ່ງໄດ້ອາກາດຮ້ອນອ້ອມໂຕ ຍິ່ງເພີ່ມຄວາມສ່ຽງຊັອກແດດຄາວົງເຫລົ້າໄດ້.
- ກາເຟ ແລະ ເຄື່ອງດື່ມກາເຟອີນ : ເນື່ອງຈາກກາເຟອີນມີລິດໃນການໄລ່ນຳ້ ເຮັດໃຫ້ປວດຍ່ຽວຫລາຍໆເທື່ອ ສົ່ງຜົນໃຫ້ຮ່າງກາຍທີ່ພະເຊີນອາກາດຮ້ອນໆຕ້ອງຂາດສິ່ງສຳຄັນທີ່ຊ່ວຍດັບຮ້ອນໄປນັ້ນກໍແມ່ນນຳ້ ຮ່າງກາຍຈຶ່ງເພຍແດດໄດ້ງ່າຍ. ນອກຈາກນີ້, ຍັງມີເຄມີໄປກະຕຸ້ນເຖິງແຕ່ລະອະນູສະໝອງ ຈຶ່ງເຮັດໃຫ້ເກີດອາການກະວົນກະວາຍ, ໃຈສັ່ນໄດ້. ເຕັກນິກແມ່ນຫລີກເວັ້ນການດື່ມກາເຟຫລາຍໆໃນມື້ທີ່ເຮັດວຽກກາງແຈ້ງ ຖ້າດື່ມກາເຟກໍຄວນດື່ມນຳ້ບໍລິສຸດເຂົ້າໄປຊ່ວຍຕື່ມ.
- ເຂົ້າໜົມຫວານ : ອາຫານທີ່ມີນຳ້ຕານ ທັງເຂົ້າໜົມອົມ, ເຂົ້າໜົມເຄັກ, ເຂົ້າໜຽວໝາກມ່ວງ ແລະອື່ນໆ ຈະເປັນເຂົ້າໜົມລາວ ຫລື ເຂົ້າໜົມຕ່າງປະເທດທີ່ອຸດົມໄປດ້ວຍນຳ້ຕານ ຈະເຮັດໃຫ້ເກີດການເຜົາຜານສ້າງຄວາມຮ້ອນຂຶ້ນມາ. ນອກຈາກນັ້ນຍັງປ່ອຍຂີ້ເຫຍື້ອທີ່ເກີດຈາກການເຜົາຜານອອກມາທຳລາຍຮ່າງກາຍນຳອີກ ໂດຍນຳ້ຕານທີ່ມີຫລາຍເກີນໄປຈະເຮັດໃຫ້ເກີດຂະບວນການເປັນພິດຕໍ່ຮ່າງກາຍຢູ່ແລ້ວ ເມື່ອຮ່າງກາຍຕ້ອງພະເຊີນກັບຄວາມຮ້ອນຈາກພາຍນອກນຳ ຈຶ່ງເທົ່າກັບຮັບເສິກ 2 ດ້ານ.
- ອາຫານຈືນ – ອາຫານມັນ : ລວມເຖິງເນີຍໃນປະລິມານຫລາຍ ເຊິ່ງອາຫານປະເພດນີ້ມີຄວາມຮ້ອນທີ່ອາດມາຈາກນຳ້ມັນທີ່ໃຊ້ຈືນມີສ່ວນເຮັດໃຫ້ຮ່າງກາຍຮ້ອນຈາກກົດໄຂມັນໂອເມກ້າ 6 ແລະ ໄຂມັນເຮັດໃຫ້ຕຸ້ຍ ເຮັດໃຫ້ມີຜົນຕໍ່ຫລອດເລືອດ ແລະ ຫົວໃຈ.
- ອາຫານເຄັມ : ໂດຍຄວາມ ເຄັມ ຫລື ໂຊດຽມຈະເຮັດໃຫ້ໝາກໄຂ່ຫລັງເຮັດວຽກໜັກ ຄວາມດັນເລືອດສູງຂຶ້ນໃນການໄລ່ເຫື່ອ ເມື່ອມີອາຫານເຄັມດັ່ງນຳ້ປາ, ກະປິ, ເກືອ, ຊະອິວ, ເຂົ້າໜົມກິນຫລິ້ນກອບໆ ຈະເຮັດໃຫ້ໝາກໄຂ່ຫລັງເຮັດວຽກໜັກຂຶ້ນ.
- ໝາກຖົ່ວລຽນ, ໝາກລະມຸດ, ໝາກມີ້, ລຳໄຍ, ໝາກໄມ້ທີ່ມີນຳ້ຕານ : ເຫລົ່ານີ້ກິນໄດ້ແຕ່ຕ້ອງບໍ່ຫລາຍເກີນໄປ ເພາະມີນຳ້ຕານທີ່ເຮັດໃຫ້ຮ້ອນຢູ່ໜຶ່ງຊະນິດຄື ຟລຸກໂຕສ ໂດຍສະເພາະໝາກຖົ່ວລຽນທີ່ມີກຳມະຖັນເປັນແຮ່ທາດຄວາມຮ້ອນ ຈຶ່ງຄວນກິນແຕ່ພໍດີ.
7. ນຳ້ອັດລົມ ແລະ ເຄື່ອງດື່ມລົດຊາດຫວານ : ທີ່ມີຟລຸຸກໂຕສ, ຊູໂກຣສ ທີ່ດື່ມເທື່ອໜຶ່ງອາດເຮັດໃຫ້ໄດ້ນຳ້ຕານເກີນໂກຕ້າຕໍ່ມື້ ກັບຄວາມຊ່າ ຫລື ກາກໂບນິກທີ່ສ້າງຄວາມຊ່າຊື່ນໃຈ ມີລິດກັດເຄືອບແຂ້ວໄດ້ ດື່ມເລື້ອຍໆຈຶ່ງບໍ່ດີ ແລະ ນຳ້ຕານຈະຍິ່ງເຮັດໃຫ້ກະຫາຍນຳ້ຫລາຍຂຶ້ນ.