ລາວ ມີຜູ້ຕິດເຊື້ອເອດສູງ

- aids - ລາວ ມີຜູ້ຕິດເຊື້ອເອດສູງ
- kitchen vibe - ລາວ ມີຜູ້ຕິດເຊື້ອເອດສູງ

     ຫ້ອງການ ສປຊ ຕ້ານ​ເອດ​ປະຈຳ​ລາວ ​ໃຫ້​ຮູ້​ວ່າ:ປັດຈຸບັນຢູ່ລາວມີຜູ້ຕິດເຊື້ອພະຍາດເອດທີ່ຍັງມີຊີວິດຢູ່ປະມານ 12.000 ຄົນ; ໃນຂະນະທີ່ຜູ້ເສຍຊີວິດມາຮອດປັດຈຸບັນມີ2.000ກວ່າຄົນ. ແຂວງທີ່ມີຜູ້ຕິດເຊື້ອຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ, ຮອງລົງມາແມ່ນແຂວງສະຫວັນນະເຂດ, ຈໍາປາສັກ,ແຂວງວຽງຈັນ, ຄຳມ່ວນ ແລະ ແຂວງອື່ນໆ ຕາມລຳດັບ.

      ທ່ານ ທອງແດງ ສີລາກຸນ ຜູ້ຈັດການຫ້ອງການສະຫະປະຊາຊາດຕ້ານເອດປະຈຳ ສປປ ລາວ ໃຫ້ຮູ້ວ່າ: ກຸ່ມເປົ້າໝາຍທີ່ຕິດເຊື້ອພະຍາດເອດຫລາຍ ກວ່າໝູ່ແມ່ນກຸ່ມຊາຍທີ່ມີເພດສຳພັນກັບຊາຍ ຊຶ່ງໜ້າເປັນຫ່ວງຫລາຍ ເພາະທ່າອ່ຽງຂອງຜູ້ຕິດເຊື້ອ​ໃນກຸ່ມຄົນນີ້ໃນປັດຈຸບັນແມ່ນນັບມື້ເພີ່ມຂຶ້ນຫລາຍ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ, ຮອງລົງມາແມ່ນກຸ່ມສາວຂາຍບໍລິການທາງເພດ, ກຸ່ມຜູ້ໃຊ້ເຂັມສັກຢາເສບຕິດ ແລະ ກຸ່ມຜູ້ໃຊ້ບໍລິການທາງເພດ. ໃນຈຳນວນຜູ້ຕິດເຊື້ອທັງໝົດມີປະມານ 75-77% ທີ່ສາມາດເຂົ້າເຖິງການກວດເລືອດ ແລະ ຮູ້ຕົວວ່າຕິດພະຍາດເອດ. ນອກນີ້ ຍັງມີອີກປະມານ 47-48% ຂອງຜູ້ຕິດເຊື້ອໃນທົ່ວປະເທດທີ່ເຂົ້າເຖິງການປິ່ນປົວດ້ວຍຢາຕ້ານ (ARV) ເຊິ່ງເປັນຕົວເລກທີ່ຕໍ່າຫລາຍ ຖ້າທຽບໃສ່ປະເທດໃກ້ຄຽງ. ສາເຫດທີ່ເຮັດໃຫ້ຜູ້ຕິດ ເຊື້ອພະຍາດເອດເຂົ້າເຖິງການບໍລິການປິ່ນປົວໄດ້ໜ້ອຍ ມາ​ຈາກ 3 ສາເຫດສໍາຄັນຄື: ຜູ້ຕິດເຊື້ອສ່ວນຫລາຍບໍ່ຮູ້ວ່າຕົນເອງຕິດເຊື້ອ, ເມື່ອເຈັບປ່ວຍໄດ້ດົນແລ້ວ ຈຶ່ງເຂົ້າມາຮັບການປິ່ນປົວຢູ່ໂຮງໝໍ ຈຶ່ງເຮັດໃຫ້ອັດຕາເສຍຊີວິດມີສູງ, ການເຂົ້າເຖິງການບໍລິການປິ່ນປົວຫຍຸ້ງຍາກຍ້ອນອາ​ໄສຢູ່ເຂດຫ່າງໄກ ແລະ ທຸກຍາກເຮັດໃຫ້ຂາດງົບປະມານໃຊ້ຈ່າຍໃນການເດີນທາງມາຮັບເອົາຢາປິ່ນປົວຢູ່ຕາມສູນບໍລິການປິ່ນປົວຕ່າງໆ ​ແລະ ຍ້ອນການຖືກຈຳແນກລັງກຽດຂອງຜູ້ຕິດເຊື້ອເອດຈາກຄົນໃນສັງຄົມ.

 ຜູ້ຈັດການປະຈຳຫ້ອງການສະຫະປະຊາຊາດຕ້ານເອດປະຈຳ ສປປ ລາວໃຫ້ຮູ້ຕື່ມວ່າ:ປັດຈຸບັນ ສູນບໍລິການປິ່ນປົວຜູ້ຕິດເຊື້ອພະຍາດເອດຢູ່ລາວມີທັງໝົດ 11ແຫ່ງຄື: ແຂວງບໍ່ແກ້ວມີ2 ແຫ່ງ, ຫົວພັນ, ຫລວງນ້ຳທາ, ຫລວງພະບາງ ແຂວງລະ 1ແຫ່ງ,ນະຄອນຫລວງວຽງຈັນ 3ແຫ່ງແລະ ຄຳມ່ວນ,ສະຫວັນນະເຂດແລະ ແຂວງຈໍາປາສັກແຂວງລະ 1 ແຫ່ງ. ​ແຕ່​ຖ້າ​ທຽບ​ໃສ່ຄວາມຮຽກຮຽກຕ້ອງການຕົວຈິງ​ແມ່ນ​ຍັງ​ມີໜ້ອຍ.ສ່ວນການປິ່ນປົວດ້ວຍຢາຕ້ານ(ARV) ແລະ ຄ່າກວດບາງຢ່າງຕາມສູນບໍລິການປິ່ນປົວຜູ້ຕິດເຊື້ອພະຍາດເອດທັງໝົດແມ່ນບໍ່​ໄດ້ເສຍຄ່າບໍລິການ​ໃດໆ ເພາະລັດຖະບານ ໄດ້ຮັບການຊ່ວຍເຫລືອຈາກກອງທຶນໂລກ (GobalFund).

- 4 - ລາວ ມີຜູ້ຕິດເຊື້ອເອດສູງ
- 5 - ລາວ ມີຜູ້ຕິດເຊື້ອເອດສູງ
- 3 - ລາວ ມີຜູ້ຕິດເຊື້ອເອດສູງ