ບໍລິຄຳໄຊ ວາງເປົ້າໝາຍໃຫ້ເປັນຂົວເຊື່ອມຕໍ່ການທ່ອງທ່ຽວ
ໂດຍ: ຄຳພຸດ ເທບພະນົມ
ແຂວງບໍລິຄຳໄຊເປັນ ແຂວງໜຶ່ງທີ່ນອນໃນພາກ ກາງຂອງປະເທດລາວ ມີ ຊາຍແດນຕິຈອດກັບໄທ ແລະ ສສ ຫວຽດນາມ.
ທ່ານ ສຸວັນນີໄຊຊະນະ ສະມາຊິກສະພາເຂດເລືອກ ຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດວ່າ: “ອີງຕາມ ສະພາບຄວາມເປັນຈິງຂອງພູມສັນຖານ ເໝາະແກ່ການ ພັດທະນາ ແລະ ສົ່ງເສີມ ການທ່ອງທ່ຽວ ດັ່ງນັ້ນ,ແຂວງຈຶ່ງໄດ້ຕັ້ງເປົ້າສ້າງຕົນເອງໃຫ້ເປັນເສັ້ນທາງເຊື່ອມຕໍ່ການທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ເພາະແຂວງບໍລິຄຳໄຊເປັນຈຸດໃຈກາງຂອງການເດີນ ທາງຈາກໃຕ້ຂຶ້ນເໜືອ, ຈາກ ເໜືອລົງໃຕ້, ໃນໄລຍະຜ່ານມາໂຄງການກໍ່ສ້າງຂົວມິດ ຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງເມືອງປາກ ຊັນ-ຈັງຫວັດບຶງການປະເທດໄທໄດ້ຮັບການອະນຸມັດ ເຊິ່ງອັນນີ້ຖືວ່າເປັນແຜນການ ທີ່ຈະຕອບສະໜອງໃຫ້ແນວ ທາງການສົ່ງເສີມແລະ ສ້າງ ໃຫ້ເປັນຂົວເຊື່ອມຕໍ່ໃນບັນ ດາແຂວງ ແລະ ພາກພື້ນໃຫ້ ໄດ້ຮັບການຂະຫຍາຍຕົວຢ່າງວ່ອງໄວ, ປັດຈຸບັນນີ້ ທາງແຂວງໄດ້ເລັ່ງພັດທະນາແຫຼ່ງທ່ອງທ່ຽວຫຼາຍ ແຫ່ງເຊັ່ນ:ແຫຼ່ງທ່ອງທ່ຽວ ຕາດເລິກ, ຖໍ້າເມືອງຄອນ, ພະບາດໂພນສັນ ແລະ ປັບປຸງ ດ້ານການບໍລິການຕ່າງໆໃຫ້ມີຄຸນະພາບໄປຄຽງຄູ່ກັບ ການອະນຸລັກຮັກສາສິ່ງ ແວດລ້ອມ, ທຳມະຊາດ ແລະ ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດເພື່ອດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ”
