EU ຕົກລົງຫ້າມໃຊ້ ປລາສະຕິກແບບເທື່ອດຽວຖິ້ມແລ້ວ
ສະມາຊິກສະຫະພາບເອີຣົບ (EU) ແລະ ລັດຖະສະພາເອີຣົບ ຕົກລົງລາຍລະອຽດເລື່ອງຄຳສັ່ງຫ້າມໃຊ້ປລາສະຕິກແບບເທື່ອດຽວຖິ້ມແລ້ວ ຄວບຄຸມຖົງຢາງ, ຈານ, ຖ້ວຍ, ຫລອດ ລວມເຖິງກ້ານໄມ້ຜັນຫູ ຫວັງຫລຸດມົນລະພິດທາງທະເລທີ່ເຮັດໃຫ້ສັດນ້ຳຕາຍ ແລະ ປົນເປື້ອນໃນຕ່ອງໂສ້ອາຫານມະນຸດ.
ຄຳສັ່ງນີ້ມຸ່ງເນັ້ນປລາສະຕິກ 10 ຢ່າງທີ່ກາຍເປັນຂີ້ເຫຍື້ອທົ່ວຫາດຊາຍເອີຣົບຫລາຍທີ່ສຸດ ຖືກເລັ່ງນຳເຂົ້າສູ່ການພິຈາລະນາຂອງສະພາທີ່ປົກກະຕິເປັນຂະບວນທີ່ຕ້ອງໃຊ້ເວລາ. ເຈົ້າໜ້າທີ່ໃນລັດຖະສະພາເອີຣົບ ແລະ ຄະນະມົນຕີແຫ່ງສະຫະພາບເອີຣົບ ເຊິ່ງເປັນຕົວແທນຂອງປະເທດສະມາຊິກໃຊ້ເວລາ 12 ຊົ່ວໂມງ 30 ນາທີ ເຈລະຈາກັນໃນວັນທີ 18 ທັນວາ.
ຄະນະມົນຕີແຫ່ງສະຫະພາບເອີຣົບ ອອກຖະແຫລງການວ່າ: ມາດຕະການທີ່ກຳນົດໄວ້ໃນຄຳສັ່ງນີ້ ແລະ ການປະຕິບັດຕາມມາດຕະການຄວນໃຫ້ຄວາມສຳຄັນເປັນອັນດັບທຳອິດຕໍ່ການປ້ອງກັນການເກີດຂີ້ເຫຍື້ອ ຫລື ການປ່ຽນແປງໄປສູ່ຜະລິດຕະພັນທີ່ສາມາດໃຊ້ອີກຫລາຍເທື່ອ. EU ຫວັງວ່າຈະສະຫລຸບລາຍລະອຽດໃນຂັ້ນສຸດທ້າຍ ເພື່ອບັງຄັບໃຊ້ເປັນກົດໝາຍໄດ້ພາຍໃນປີ 2021.