ອົງການແນວລາວສ້າງຊາດສະເໜີໃຫ້ສສຊ ລົງພົບປະປະຊາຊົນໃຫ້ຫລາຍຂຶ້ນ
ທ່ານນາງ ຄຳຈັນ ພົມແສງສະຫວັນ ຮອງປະທານອົງການສູນກາງແນວລາວສ້າງຊາດ ສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດລົງພົບປະປະຊາຊົນທ້ອງຖິ່ນຂອງຕົນໃຫ້ຫລາຍຂຶ້ນ ເພື່ອກຳໄດ້ສະພາບການພັດທະນາ ແລະ ບັນຫາຕ່າງໆທີ່ເກີດຂຶ້ນໃນທ້ອງຖິ່ນ.
ການສະເໜີດັ່ງກ່າວມີຂຶ້ນໃນໂອກາດປະກອບຄຳເຫັນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດຳເນີນໃນປັດຈຸບັນນີ້ວ່າ: ໃນຜ່ານມາເຖິງວ່າບັນດາສະມາຊິກສະພາແຫ່ງຊາດ-ສະພາປະຊາຊົນຂັ້ນແຂວງໄດ້ເອົາໃຈໃສ່ປະຕິບັດພາລະບົດບາດໃນຖານະທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດ ອັນຊອບທຳຂອງປະຊາຊົນ, ໄດ້ເຄົາລົບສິດ, ໄດ້ມີຄວາມເປັນຫ່ວງເປັນໄຍປະຊາຊົນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກລົງທ້ອງຖິ່ນໄປພົບປະຊາຊົນຢູ່ເຂດຫ່າງໄກສອກຫລີກ, ໄດ້ເຮັດໃຫ້ຄວາມເຊື່ອໝັ້ນຈາກປະຊາຊົນຕໍ່ສະພາແຫ່ງຊາດນັບມື້ສູງຂຶ້ນ. ແຕ່ແນວໃດກໍຕາມ, ເພື່ອຍົກສູງບົດບາດໜ້າທີ່ຂອງ ສສຊ-ສສຂ ທາງດ້ານການເມືອງ, ການຕິດຕາມກວດກາ ໂດຍສະເພາະ ສສຊ-ສສຂ ທີ່ຄວບຕຳແໜ່ງຢູ່ສູນກາງ ແລະ ທ້ອງຖິ່ນຕ້ອງໄດ້ເພີ່ມທະວີການລົງພົບປະປະຊາຊົນ ກໍຄືການປຸກລະດົມພາກສ່ວນສັງຄົມເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືການຊຸກຍູ້ຕິດຕາມ, ແກ້ໄຂບັນຫາຂອງໂຄງການຕ່າງໆທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ການຈັດສັນທີ່ຢູ່ອາໄສ, ການສ້າງອາຊີບໝັ້ນຄົງໃຫ້ປະຊາຊົນ, ຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ, ໄອຍະການທີ່ມີພະນັກງານຈຳນວນໜຶ່ງໃນຂົງເຂດນີ້ຂາດຈັນຍາບັນ-ຈັນຍາທຳ, ບໍ່ມີຄວາມໂປ່ງໃສ, ຍຸຕິທຳ. ນອກນີ້ ກໍສະເໜີໃຫ້ ສສຊ-ສສຂ ເປັນເຈົ້າການຕິດຕາມອົງຄະນະພັກ, ອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງ-ບໍລິຫານລັດ-ສັງຄົມ, ການປະຕິບັດກົດໝາຍ, ການແກ້ໄຂການລະເມີດແຜນການ-ການເງິນ, ການສໍ້ລາດບັງຫລວງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມໃຫ້ມີຄວາມເຂັ້ມແຂງໜັກແໜ້ນກວ່າເກົ່າ.