ພໍ່ລຸງຄົນໜຶ່ງປະສົມບັດກ້ອນສຸດທ້າຍໄວ້ໃນ “ຫີບເຫລັກ” ໃຫ້ລູກ 5 ຄົນ ແບ່ງກັນ ຫລັງຈາກເປີດອອກມາເຫັນຈົນນໍ້າຕາໄຫລ

ເລື່ອງທີ່ຈະນຳມາສະເໜີໃນມື້ນີ້ ຢາກໃຫ້ຄົນທີ່ເປັນລູກໝົດທຸກຄົນອ່ານເລື່ອງລາວຊີວິດຂອງ “ພໍ່ລຸງຄົນໜຶ່ງ” ໃນຕອນທີ່ຍັງເປັນໄວໜຸ່ມນັ້ນ ລາວໄດ້ເປັນຮອດຫົວໜ້າຢູ່ບໍ່ຄຳ, ມີລາຍໄດ້ສູງ ແຕ່ພໍ່ລຸງຄົນນີ້ບໍ່ເຄີຍເກັບເງິນ-ຄຳ, ມີເທົ່າໃດກໍໃຊ້ໝົດ ເນື່ອງຈາກວ່າລາວເປັນຄົນທີ່ໃຈດີ, ໃຜມາຂໍຢືມກໍໃຫ້ຢືມ ແລະ ຍັງລ້ຽງໝູ່ຄູ່ຢູ່ຕະຫລອດເວລາ, ລາວມີໝູ່ຄູ່ຫລາຍ, ຈົນມາຮອດໄວອາຍຸທີ່ແກ່ເຖົ້າ ແລະ ປາກົດວ່າບໍ່ມີເງິນ

ພໍ່ລຸງຄົນນີ້ ມີລູກ 5 ຄົນ ເມື່ອລາວບໍ່ມີເງິນແລ້ວກໍຈຳເປັນຕ້ອງໄດ້ໄປອາໄສຢູ່ເຮືອນລູກທັງ 5 ຄົນ, ເຊິ່ງວັນຈັນໄປຢູ່ເຮືອນລູກສາວ ແຕ່ກໍຖືກລູກເຂີຍເວົ້າຈາກະທົບກະແທກໃສ່ວ່າ “ເປັນຫຍັງພໍ່ບໍ່ໄປຢູ່ເຮືອນລູກຄົນອື່ນແດ່ ຂ້ອຍຊິເຮັດຫຍັງກໍອຶດອັດແທ້ໆ” ວັນອັງຄານກໍໄປຢູ່ບ້ານລູກຊາຍ ແຕ່ກໍຖືກຫລານ ແລະ ລູກໃພ້ເວົ້າຈາກະທົບກະແທກໃສ່ວ່າ “ເບື່ອໜ່າຍພໍ່ເຖົ້າແທ້ເດ ຂອງກິນທີ່ຫລານມັກກໍກິນຂອງຫລານຈົນໝົດ ເປັນຫຍັງບໍ່ໄປຢູ່ເຮືອນຄົນອື່ນແດ່” ແລ້ວກໍເປັນແບບນີ້ຕະຫລອດ ແລະ ພໍ່ລຸງຄົນນີ້ກໍປ່ຽນໄປຢູ່ເຮືອນລູກຄົນນັ້ນ-ຄົນນີ້ເປັນປະຈຳ ແລ້ວກໍຖືກລູກເຂີຍ, ລູກໃພ້ ແລະ ຫລານເວົ້າໃຫ້ຕະຫລອດ ແຕ່ລາວກໍຕ້ອງອົດທົນຢູ່ ເພາະວ່າບໍ່ມີເງິນເກັບເລີຍ. ມາຮອດມື້ໜຶ່ງ ພໍ່ລຸງຄົນນີ້ ລາວຕັດສິນໃຈເອີ້ນລູກທຸກໆຄົນມາຫາ ແລ້ວບອກວ່າ “ພໍ່ຈະບໍ່ຢູ່ອີກ 2 ປີ ເດີລູກ ເພາະໝູ່ພໍ່ທີ່ເປັນເຈົ້!ຂອງບໍ່ຄຳ ມາຂໍຮ້ອງໃຫ້ພໍ່ໄປຊ່ວຍວຽກຢູ່ບໍ່ຄຳຂອງລາວ ພໍ່ຈຳເປັນຕ້ອງໄປຊ່ວຍລາວແທ້ໆເດີລູກ” ເມື່ອລູກໆໄດ້ຍິນແບບນີ້ແລ້ວ ກໍພາກັນດີໃຈ ພ້ອມທັງສະໜັບສະໜູນ ເພື່ອໃຫ້ພໍ່ອອກໄປຈາກເຮືອນຈະໄດ້ບໍ່ມີພາລະໃຫ້ຮັບຜິດຊອບຕໍ່ໄປ. ເມື່ອຮອດກຳນົດເວລາ 2 ປີ ພໍ່ລຸງຄົນນີ້ ກໍກັບມາພ້ອມກັບ “ຫີບເຫລັກຫີບໃຫຍ່” 1 ຫີບ ເວລາໄປໃສ່ກໍລາກໄປນຳ ແລະ ລູກໆກໍພາກັນແປກໃຈ ແລະຖາມວ່າ “ແມ່ນຫີບຫຍັງພໍ່” ລາວຕອບກັບໄປວ່າ “ມັນແມ່ນສົມບັດກ້ອນສຸດທ້າຍ ທີ່ໄດ້ມາຈາກບໍ່ຄຳຂອງໝູ່ພໍ່, ຖ້າໃຜເບິ່ງແຍງພໍ່ຈົນຮອດມື້ສຸດທ້າຍ ແລ້ວພໍ່ຈະມອບສົມບັດໃນຫີບເຫລັກນີ້ໃຫ້ໝົດເລີຍ” ແລະ ປາກົດວ່າ ລູກທັງ 5 ພາກັນດີໃຈຕື່ນເຕັ້ນ, ພາກັນມາເບິ່ງແຍງເປັນຍ່າງດີ, ວັນຈັນໄປຢູ່ກັບລູກສາວກົກ, ລູກເຂີຍ ແລະ ຫລານກໍພາກັນເອົາອົກເອົາໃຈ ກາຂອງກິນດີໆ ແຊບໆມາໃຫ້ກິນ, ຢູ່ໄປບໍ່ພໍເທົ່າໃດລູກຊາຍຄົນທີ 2 ກໍມານຳເອົາໄປຢູ່ນຳ ແລະ ກໍເປັນຄືກັນຢູ່ໄປບໍ່ເທົ່າໃດ ລູກສາວຄົນທີ 3 ກໍມານຳເອົາໄປຢູ່ນຳ. ລູກທັງ 5 ຂອງພໍ່ລຸງ ຕ່າງຄົນຕ່າງມາຍາດແຍ່ງກັນເອົາອົກເອົາໃຈ ແລະ ບົວລະບັດເບິ່ງແຍງພໍ່ລຸງຄົນນີ້ເປັນຍ່າງດີ ແຕ່ເວລາໄປໃສ່ລາວຈະລາກຫີບເຫລັກໄປນຳຕະຫລອດ.
ຜ່ານໄປ 7 ປີ ພໍ່ລຸງຄົນນີ້ກໍໄດ້ເສຍຊີວິດໄປ ຫລັງຈາກແລ້ງງານສົບ, ລູກທັງ 5 ຄົນກໍພາກັນມານັ່ງລ້ອມຫີບເຫລັກ ເພື່ອແບ່ງສົມບັດກັນ, ລູກສາວກົກເປັນຄົນເປີດຝາຫີບ ແລ້ວພົບວ່າຍັງມີຜ້າສີຂາວປິດຢູ່ອີກຊັ້ນໜຶ່ງ ແລະ ມີຈົດໝາຍສະບັບໜຶ່ງ ວາງຢູ່ ແລ້ວລູກສາວກົກກໍເປີດອ່ານໃຫ້ນ້ອງໆຟັງ ເນື້ອໃນຈົດໝາຍຂຽນວ່າ:
ເຖິງລູກທີ່ຮັກທຸກໆຄົນ
“ກ່ອນອື່ນພໍ່ຕ້ອງຂໍຂອບໃຈ ກ້ອນຫີນທຸກໆກ້ອນໃນຫີບເຫລັກ ຫີບນີ້, ທີ່ໄດ້ລ້ຽງດູຊີວິດພໍ່ຈົນຮອດໄລຍະສຸດທ້າຍ ພໍ່ຂໍໃຫ້ລູກໆແບ່ງກ່ອນຫີນໃນຫີບເຫລັກນີ້ໄປເທົ່າທຽມກັນ ເພື່ອເປັນອຸທະຫອນສອນໃຈໃຫ້ພວກເຈົ້າໝັ່ນເກັບອອມເງິນ-ຄຳ ໄວ້ຕັ້ງແຕ່ມື້ນີ້ເພື່ອເວລາທີ່ພວກເຈົ້າແກ່ເຖົ້າລົງໄປຈະໄດ້ບໍ່ມີຊີວິດ ທີ່ໜ້າອາຍຄືພໍ່”