ບາເຊໂລນາ ດຶງ ມູຣີໂຢ ຮ່ວມທີມ

- news201812211014520 - ບາເຊໂລນາ ດຶງ ມູຣີໂຢ ຮ່ວມທີມ
- kitchen vibe - ບາເຊໂລນາ ດຶງ ມູຣີໂຢ ຮ່ວມທີມ

      ບາ​ເຊ​ໂລ​ນາ ຄວ້າ​ຕົວ ​ເຮ​ຊອນ ມູຣີ​ໂຢ ປາການ​ຫລັງ ບາ​ເລນ​ເຊຍ ​ໄປ​ຮ່ວມ​ທີ​ມດ້ວຍ​ສັນຍາ​ຢືມ​ຕົວ ​ໂດຍ ອາ​ຊູ​ລກຣານ່າ ມີ​ອັອບຊັນ​ຊື້ຂາດນຳ​ອີກ.

      ບາ​ເຊ​ໂລ​ນາ ສະ​ໂມ​ສອນ​ຍັກ​ໃຫຍ່​ແຫ່ງ ລາ ລີ​ກາ ສະ​ເປ​ນ ປະກາດ​ຄວ້າ ​ເຮ​ຊອນ ມູຣີ​ໂຢ ກອງ​ຫລັງ ບາ​ເລນ​ເຊຍ ມາ​ຮ່ວມ​ທີ​ມດ້ວຍ​ສັນຍາ​ຢືມ​ຕົວ​ຈົນ​ຈົບ​ລະດູ​ການ​ນີ້​ຮຽບຮ້ອຍ​ແລ້ວ.

- Visit Laos Visit SALANA BOUTIQUE HOTEL - ບາເຊໂລນາ ດຶງ ມູຣີໂຢ ຮ່ວມທີມ

      ມູຣີ​ໂຢ ຍ້າຍ​ຈາກ ອິນ​ເຕີ ມິ​ລານ ມາ​ຢູ່​ກັບ ບາ​ເລນ​ເຊຍ ດ້ວຍ​ສັນຍາ​ຢືມ​ຕົວ​ໃນ​ລະດູ​ການ​ກ່ອນ ​ເຊິ່ງລາວ​ໄດ້​ຫລິ້ນ​ໃນ​ລີກ​ໄປ 17 ນັດ ​ແລະ ສ້າງ​ຜົນງານ​ໄດ້​ໜ້າ​ພໍ​ໃຈ​ໃນ​ລະດັບ​ໜຶ່ງ​ຈົນ​ເຮັດ​ໃຫ້ ບາ​ເລນ​ເຊຍ ຊື້ຂາດ​ຕົວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ລະດູ​ການ​ນີ້ ລາວ​ໄດ້​ລົງ​ຫລິ້ນ​ໃນ​ລີກ​​ໃຫ້​ທີ​ມ​ໄປ​ພຽງ​ນັດ​ດຽວ​ເທົ່າ​ນັ້ນ.

      ທັງ​ນີ້, ​ໃນ​ສັນຍາ​ຢືມ​ຕົວ​ຄັ້ງນີ້ ບາ​ເຊ​ໂລ​ນາ ມີ​ອັອບຊັນ​ຊື້ຂາດ ມູຣີ​ໂຢ ​ໃນ​ລາຄາ 22,6 ລ້ານ​ປອນ ຕອນ​ຈົບ​ລະດູ​ການ​ນີ້​ນຳ​ອີກ ​​ເຖິງ​ວ່າ​ລາວ​ຈະ​ຫາ​ກໍ​ໄດ້​ຫລິ້ນ​ໃນ​ລີກ​ໄປ​ພຽງ​ນັດ​ດຽວ​ໃນ​ລະດູ​ການ​ນີ້, ​ແຕ່ ສະປອດ ສື່​ຂອງ​ກາ​ຕາ​ລຸ​ມຍ່າ ບອກ​ວ່າ: ​ເອຣ໌​ເນສ​ໂຕ້ ບັລ​ເບຣ໌​ເດ້ ​ເທ​ນ​ເນີ ບາ​ເຊ​ໂລ​ນາ ​ເປັນ​ຄົນ​ຂໍ​ໃຫ້​ທີ​ມຄວ້າ​ນັກ​ເຕະ​ຊາວ​ໂຄ​ລອມ​ເບຍ​ມາ​ຮ່ວມ​ທີ​ມ​ໃຫ້​ໄດ້.

      ອາສ ກ່າວ​ອີກ​ວ່າ: ຄວາມ​ຈິງ​ແລ້ວ ມູຣີ​ໂຢ ບໍ່​ແມ່ນ​ຕົວ​ເລືອກ​ທຳ​ອິດ​ຂອງ ບັລ​ເບຣ໌​ເດ້ ​ເພາະ​ຜູ້​ຈັດການ​ທີ​ມ ອາ​ຊູ​ລກຣານ່າ ​ໃຫ້​ຄວາມ​ສົນ​ໃຈ ບຣານິສລາ​ຟ ອິວາ​ໂນ​ວິຊ ດາວ​ເຕະ​ ​ເຊ​ນິດ ​ເຊ​ນ ປີ​ເຕີ​ສະ​ເບິ​ກ, ດາ​ນິ​ເອ​ເລ່ ຣູກາ​ນີ່ ກອງ​ຫລັງ ຢູ​ເວນ​ຕຸ​ສ ​ແລະ ອັນ​ເດຣຍ ຄຣິສ​ເຕນ​ເຊັນ ປາການ​ຫລັງ ​ເຊ​ລຊີ ​ເຊັ່ນ​ກັນ, ​ແຕ່ ບາ​ເຊ​ໂລ​ນາ ບໍ່​ສາມາດ​ເຈລະຈາ​ດຶງ​ຕົວ​ເລືອກ​ທັງ​ໝົດ​ທີ່​ກ່າວ​ມາ​ໄດ້ ຈົນ​ເຮັດ​ໃຫ້​ພວກ​ເຂົາ​ຕັດສິນ​ໃຈ​ເຊັນ​ສັນຍາ​ກັບ​ນັກ​ເຕະ​ໄວ 26 ປີ​ໃນ​ທີ່​ສຸດ.

      ສຳລັບ ບາ​ເຊ​ໂລ​ນາ ນັ້ນ ຈຳ​ເປັນ​ຕ້ອງ​ຟ້າວ​ຫາ​ຕົວ​ເລືອກ​ໃນ​ແນວ​ຮັບ​ເພີ່ມ​ດ່ວນ ​ເພາະ​ກ່ອນ​ໜ້າ​ນີ້ ຊາ​ມູ​ແອ​ລ ອຸມຕິ​ຕີ້ ກັບ ​ໂທ​ມັດ ​ແຟຣ໌ມາ​ເລັນ ມີ​ອາການ​ບາດ​ເຈັບ. ຂະນະ​ທີ່​ເກ​ມຮັບ​ຂອງ​ພວກ​ເຂົາ​ສ້າງ​ຜົນງານ​ໄດ້​ໜ້າ​ຜິດ​ຫວັງ ຫລັງ​ເສຍ​ປະຕູ​ໃນ​ລີກ​ໄປ​ແລ້ວ 19 ລູກ.

- 3 - ບາເຊໂລນາ ດຶງ ມູຣີໂຢ ຮ່ວມທີມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!