ຕວກກີ ແລະ ສປຊ ມອບເຮືອກູ້ໄພ ໃຫ້ລາວ 2 ລໍາ
ໃນວັນທີ 21 ທັນວານີ້, ຜູ້ຕາງໜ້າລັດຖະບານ ຕວກກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (ສປຊ) ໄດ້ມອບເຮືອກູ້ໄພລຸຍຕົມ 2 ລຳ ໃຫ້ລັດຖະບານ ແຫ່ງ ສປປ ລາວ ໂດຍ ທ່ານ ຄຳແພງ ໄຊສົມແພງ ລັດ ຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ຕາງໜ້າໃຫ້ລັດຖະບານລາວ ຂອບໃຈມາຍັງລັດ ຖະບານ ແລະ ປະຊາຊົນຕວກກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ທີ່ໄດ້ໃຫ້ການຊ່ວຍ ເຫລືອແກ່ສໍາຄັນດັ່ງກ່າວ ເພື່ອໄດ້ນໍາໃຊ້ເຂົ້າໃນວຽກງານຊອກຄົ້ນຫາ ແລະ ກູ້ໄພຜູ້ປະສົບໄພທີ່ສູນຫາຍ ຢູ່ໃນພື້ນທີ່ຫຍຸ້ງຍາກໃນເວລາເກີດໄພພິບັດ.
ໃນຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ພະຍາຍາມຂົນຂວາຍ ການຊ່ວຍເຫລືອດ້ານທຶນຮອນນໍາບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນຕ່າງໆ ໂດຍຜ່ານບັນດາຂະແໜງ ການເຊັ່ນ: ການຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ, ສຸຂະພາບ, ການປົກປ້ອງທາງສັງຄົມ, ທີ່ພັກຊົ່ວຄາວ, ສຸຂະອານາໄມ, ການຈັດຊື້, ການຂົນສົ່ງ ແລະ ການຟື້ນຟູເບື້ອງຕົ້ນອື່ນໆ.