ແຜນຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2019
ຄະນະປະຈໍາສະພາແຫ່ງຊາດ ໄດ້ໃຫ້ຮູ້ໃນກອງປະຊຸມສາໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ຄັ້ງວັນທີ 19 ທັນວານີ້ວ່າ: ເພື່ອເພີ່ມທະວີການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ໃນການຕິດຕາມກວດກາໃຫ້ມີປະສິດທິຜົນ ເພື່ອເປັນບ່ອນອີງໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ, ກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງໄວ້ ໄດ້ນໍາໄປຜັນຂະຫຍາຍເປັນແຜນການຕິດຕາມກວດກາລະອຽດຂອງຕົນ ໃຫ້ມີຄຸນນະພາບໃນປີ 2019 ທີ່ຈະມາເຖິງນີ້ ຄະນະປະຈໍາສະພາແຫ່ງຊາດ ຈະໄດ້ສຸມໃສ່ 2 ຫົວຂໍ້ໃຫຍ່ຄື: ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາຕ່າງໆ ທີ່ພົວພັນກັບການເກັບລາຍຮັບ ເປັນຕົ້ນ ກົດໝາຍວ່າດ້ວຍສວຍສາອາກອນ, ກົດໝາຍວ່າດ້ວຍພາສີ, ກົົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍໄຟຟ້າ ແລະ ອື່ນໆທີ່ພົວພັນກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານທີ່ມີຄຸນນະພາບ ຕິດພັນກັບການສ້າງວຽກເຮັດງານທໍາຂອງປະຊາຊົນ.