ເຊົາເກດ ຢືນຢັນບໍ່ຄິດລາອັງກິດ ໄປຄຸມທີມພຣີເມຍລີກ
ແກເຣັດ ເຊົາເກດ ຜູ້ຈັດການທີມຊາດອັງກິດ ຢືນຢັນບໍ່ມີຂໍ້ສະເໜີໃຫ້ລາ ທີມຊາດອັງກິດ ເພື່ອກັບໄປຮັບວຽກໃນ ພຣີເມຍລີກ. ຕອນນີ້ມີຄວາມສຸກກັບຕຳແໜ່ງຂອງຕົນເອງ ແລະ ບໍ່ຄິດເຖິງເລື່ອງອື່ນ, ຫລັງຫາກໍນຳທີມສ້າງຜົນງານດີໃນບານໂລກ 2018.
ແກເຣັດ ເຊົາເກດ ຜູ້ຈັດການທີມຊາດອັງກິດ ອອກມາຢືນຢັນໃນວັນທີ 24 ທັນວາວ່າ: ລາວບໍ່ໄດ້ຮັບຂໍ້ສະເໜີໃຫ້ລາອອກຈາກຕຳແໜ່ງຜູ້ຈັດການທີມຊາດອັງກິດ ເພື່ອກັບໄປຮັບວຽກຄຸມທີມໃນ ພຣີເມຍລີກ ອີກຄັ້ງ.
ຜູ້ຈັດການທີມໄວ 48 ປີ ສ້າງຜົນງານດີເດັ່ນດ້ວຍການນຳ ອັງກິດ ຜ່ານເຂົ້າຮອບຮອງຊະນະເລີດ ບານໂລກ 2018 ເຊິ່ງຖືເປັນຜົນງານດີທີ່ສຸດຂອງທີມຊາດອັງກິດ ນັບແຕ່ບານໂລກ 1990 ກ່ອນຈະພາທີມຄວ້າສິດເຂົ້າຮອບສຸດທ້າຍ ເນເຊິນ ລີກ ທີ່ຈະມີຂຶ້ນໃນປີໜ້າ.
ເຊົາເກດ ຖືກເບິ່ງວ່າເປັນໜຶ່ງໃນຜູ້ທີ່ມີໂອກາດຈະໄດ້ຮັບວຽກຄຸມທີມ ແມນເຊັສເຕີ ຢູໄນເຕັດ ໃນໄລຍະຍາວ, ຫລັງຈາກ ໂຊເຊ່ ມູຣິນໂຢ ຫາກໍຖືກປົດຈາກຕຳແໜ່ງຜູ້ຈັດການທີມແມນເຊັສເຕີ ຢູໄນເຕັດ ແລະ ມີການແຕ່ງຕັ້ງ ໂອເລ່ ກຸນນາຣ໌ ໂຊລຊາ ເຂົ້າມາຄຸມທີມຊົ່ວຄາວ.
ເຖິງຢ່າງໃດກໍຕາມ, ອະດີດຜູ້ຈັດການທີມ ມິດເດິ້ລສໂບຣ ທີ່ຫາກໍຕໍ່ສັນຍາໄລຍະເວລາ 4 ປີກັບ ອັງກິດ ໃນເດືອນຕຸລາ ບໍ່ເຫັນເຫດຜົນທີ່ຕົນເອງຈະອຳລາດຈາກ ທີມຊາດອັງກິດ ໃນມໍ່ໆນີ້.