ເຫຍື່ອສຶນາມິຖະຫລົ່ມເພີ່ມເປັນ 280 ກວ່າຄົນ ຜູ້ນຳອິນໂດເນເຊຍສັ່ງເລັ່ງຊ່ວຍເຫລືອ
ຈຳນວນຜູ້ເສຍຊີວິດຈາກເຫດການຄື້ນສຶນາມິພັດຖະຫລົ່ມອິນໂດເນເຊຍຫລ້າສຸດເພີ່ມເປັນ 281 ຄົນແລ້ວ, ຂະນະທີ່ຜູ້ຊ່ຽວຊານເຕືອນວ່າມີໂອກາດທີ່ຈະເກີດສຶນາມິຖະຫລົ່ມຊ້ຳໄດ້ອີກ.
ສະຖານະການຄື້ນສຶນາມິພັດຖະຫລົ່ມແຄມຝ່ັງຊ່ອງແຄບຊຸນດາທີ່ກັ້ນລະຫວ່າງເກາະສຸມາດຕາ ແລະ ເກາະຊະວາຂອງອິນໂດເນເຊຍ ຫລັງເກີດພູເຂົາໄຟລະເບີດກາງທະເລ ໃນຄືນວັນທີ 22 ທັນວາ, ຫລ້າສຸດຈຳນວນຜູ້ເສຍຊີວິດເພີ່ມເປັນຢ່າງໜ້ອຍ 281 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 1.016 ຄົນ, ປະຊາຊົນທີ່ອາໄສຢູ່ແຄມຝັ່ງ 12.000 ຄົນຕ້ອງອົບພະຍົບຂຶ້ນໄປບ່ອນສູງ, ທາງການຍັງຮັກສາຄຳສັ່ງເຕືອນໄພຄື້ນສູງໄປຈົນຮອດວັນທີ 26 ທັນວາ. ນອກຈາກນີ້ ຍັງມີຜູ້ສູນຫາຍອີກຫລາຍກວ່າ 50 ຄົນ ຄາດວ່າຕົວເລກຜູ້ເສຍຊີວິດ ແລະ ຄວາມເສຍຫາຍຕ່າງໆຈະເພີ່ມຂຶ້ນຢ່າງແນ່ນອນ ຖ້າທາງການໄດ້ຮັບຂໍ້ມູນຈາກພື້ນທີ່ຕ່າງໆຢ່າງຄົບຖ້ວນ. ຂະນະທີ່ທີມແພດໄດ້ລະດົມກຳລັງໃຫ້ການຊ່ວຍເຫລືອຜູ້ໄດ້ຮັບບາດເຈັບ ເຊິ່ງສ່ວນຫລາຍເປັນນັກທ່ອງທ່ຽວໃນປະເທດທີ່ເດີນທາງໄປພັກຜ່ອນໄລຍະວັນພັກທ້າຍອາທິດ, ເຊັ່ນດຽວກັບເຈົ້າໜ້າທີ່ກູ້ໄພຍັງເດີນໜ້າຄົ້ນຫາຜູ້ສູນຫາຍ.
ປະທານາທິບໍດີ ໂຈໂກ ວິໂດໂດ ໄດ້ເດີນທາງລົງພື້ນທີ່ເມືອງປັນເດກລັງ ເມືອງເອກຂອງແຂວງບັນເຕັນ ແຄມຝັ່ງຕາເວັນຕົກຂອງເກາະຊະວາ ທີ່ໄດ້ຮັບຄວາມເສຍຫາຍໜັກທີ່ສຸດຈາກສຶນາມິ ກ່າວວ່າ: ປັດຈຸບັນຍັງບໍ່ສາມາດສະຫລຸບໄດ້ວ່າແມ່ນຫຍັງເປັນສາເຫດໃຫ້ເກີດສຶນາມິ, ເຈົ້າໜ້າທີ່ກຳລັງກວດສອບຢູ່ ແລະ ໃນອະນາຄົດ ສຳນັກງານອຸຕຸນິຍົມວິທະຍາ, ບັນຍາກາດວິທະຍາ ແລະ ທໍລະນີຟີຊິກ (BMKG) ຈະຕິດຕັ້ງອຸປະກອນກວດສອບ ແລະ ລະບົບເຕືອນໄພທີ່ຈະສາມາດແຈ້ງໄປເຖິງປະຊາຊົນໄດ້ທຸກຄົນ.
ເຫດການສຶນາມິຖະຫລົ່ມອິນໂດເນເຊຍຄັ້ງນີ້ຖືເປັນຄັ້ງທີສອງໃນຮອບປີ ຫລັງຈາກເດືອນກັນຍາຜ່ານມາເຄີຍເກີດສຶນາມິ ແລະ ແຜ່ນດິນໄຫວຢູ່ແຂວງສຸລາເວສີ ຂ້າຊີວິດຄົນໄປກວ່າ 2.100 ຄົນ, ສ່ວນສາເຫດຂອງສຶນາມິຄັ້ງຫລ້າສຸດ ຜູ້ຊ່ຽວຊານເຊື່ອວ່າອາດຈະເກີດຈາກແຜ່ນດິນຖະຫລົ່ມໃຕ້ທະເລຈາກແຮງລະເບີດຂອງພູເຂົາໄຟອານັກ ກຣາກະຕົວ ທີ່ຕັ້ງຢູ່ກາງຊ່ອງແຄບຊຸນດາ. ຂະນະທີ່ອິນໂດເນເຊຍມີພູເຂົາໄຟທີ່ຍັງມີການເຄື່ອນໄຫວສູງເຖິງ 127 ໜ່ວຍກະຈາຍຢູ່ຕາມເກາະແຫ່ງຕ່າງໆທົ່ວປະເທດ ເຊິ່ງຜູ້ຊ່ຽວຊານເຕືອນວ່າມີຄວາມເປັນໄປໄດ້ທີ່ຈະເກີດສຶນາມິຮອບໃໝ່ຕາມມາອີກ.