4 ເຄັດລັບຫລຸດອາການປວດປະຈຳເດືອນ
ສຳລັບແມ່ຍິງທ່ານໃດທີ່ຕ້ອງທໍລະມານກັບອາການເຈັບທ້ອງນ້ອຍປວດປະຈຳເດືອນທຸກໆເດືອນຈະເຮັດແນວໃດກໍຕິດຂັດໄປ ໝົດ ຍ້ອນອາການເຈັບປວດທ້ອງນ້ອຍ, ການກິນຢາແກ້ປວດອາດເປັນການແກ້ໄຂບັນຫາທີ່ປາຍເຫດ ເຮົາລອງມາເບິ່ງວິທີປັບຄວາມດຸ່ນດ່ຽງຂອງຮໍໂມນເພື່ອຊ່ວຍຫລຸດອາການປວດປະຈຳເດືອນ.
1. ເພີ່ມຄາບອາຫານວ່າງມື້ລະຄາບ : ເພາະແມ່ຍິງກ່ອນເປັນປະຈຳເດືອນມັກຈະມີອາການຢາກນຳ້ຕານ ໃຫ້ກິນອາຫານວ່າງຄາບລະໜ້ອຍ ທຸກໆ 2 – 3 ຊົ່ວໂມງ ຫລື ມື້ລະ 5 – 6 ເທື່ອ, ແຕ່ຄວນຫລີກເວັ້ນການກິນເຄັກ ຫລື ເຂົ້າໜົມປັງທີ່ມີສ່ວນປະສົມຂອງນຳ້ຕານຂາວ ເພາະອາຫານດັ່ງກ່າວຈະຍິ່ງເຮັດໃຫ້ຍື່ງທ້ອງ. ດັ່ງນັ້ນ ລອງຫັນມາກິນໝາກໄມ້ ຫລື ອາຫານວ່າງເສີມໂປຣຕິນແທນ ເຊັ່ນ : ແຊນວິສທູນ່າ, ເຂົ້າໜົມປັງໂຮຫວີດ ຫລື ເຂົ້າຈີ່ ເປັນຕົ້ນ.
2. ດື່ມນຳ້ປັ່ນຫົວກະຫລົດປະສົມຂີງ : ເພາະຂີງຈະຊ່ວຍຫລຸດອາການປວດທ້ອງນ້ອຍປະຈຳເດືອນໄດ້ ຫລື ດື່ມນຳ້ປັ່ນໝາກໄມ້ສົດ, ນຳ້ດື່ມບໍລິສຸດ ແລະ ຊາສະໝຸນໄພທີ່ມີປະໂຫຍດແທນການດື່ມເບຍ, ເຫລົ້າ ຫລື ນຳ້ອັດລົມ.
3. ຫລຸດຄວາມເຄັ່ງຄຽດ :ໂດຍຝຶກຜ່ອນຄາຍເຮັດຈິດໃຈໃຫ້ສະບາຍ, ເບິ່ງໂລກໃນແງ່ດີ ແລະ ມີອາລົມທີ່ສົດຊື່ນແຈ່ມໃສຢູ່ຕະ ຫລອດເວລາ ສິ່ງເຫລົ່ານີ້ຈະຊ່ວຍເຮັດໃຫ້ລະບົບຮໍໂມນຕ່າງໆເຮັດວຽກໄດ້ດີຂຶ້ນ.
4. ອອກກຳລັງກາຍເປັນປະຈຳກ່ອນເປັນປະຈຳເດືອນ 1 ອາທິດ : ຈະຊ່ວຍເຮັດໃຫ້ອາການບໍ່ສະບາຍຕ່າງໆໃນໄລຍະກ່ອນແລະ ໄລຍະເປັນປະຈຳເດືອນຫລຸດລົງ ຫລື ເກືອບຈະບໍ່ມີເລີຍ.