ສະພາປະຊາຊົນນະຄອນຫລວງວຽງຈັນເປີດກອງປະຊຸມສະໄໝສາມັນຂອງຕົນເພື່ອພິຈາລະນາຮັບຮອງເອົາບັນຫາສຳຄັນຕ່າງໆ
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ໄດ້ໄຂຂຶ້ນໃນວັນທີ 25-28 ທັນວານີ້, ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນການແນວລາວສ້າງຊາດ, ທ່ານເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາສະມາຊິກສະພາປະຊາຊົນນະຄອນຫລວງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານປະທານສະພາປະຊາຊົນນະຄອນຫລວງວຽງຈັນ ໄດ້ມີຄຳເຫັນໃນກອງປະຊຸມວ່າ: ຕະຫລອດໄລຍະ 1 ປີຜ່ານມາ, ບັນດາອົງການຈັດຕັ້ງລັດອ້ອມຂ້າງ ນະຄອນຫລວງວຽງຈັນ ໄດ້ສຸມໃສ່ປະຕິບັດວຽກງານຂອງຕົນ, ເຊິ່ງມີທັງຂໍ້ສະດວກ ແລະ ສິ່ງທ້າທາຍຫລາຍປະການເປັນຕົ້ນ ບັນຫາໄພພິບັດທາງທຳມະຊາດໃນຊ່ວງລະດູຝົນຜ່ານມາ ສ້າງຄວາມສູນເສຍໃຫ້ແກ່ຊັບສິນ, ຜົນຜະລິດຂອງປະຊາຊົນ ລວມທັງພື້ນຖານໂຄງລ່າງຈຳນວນໜຶ່ງ, ດັ່ງນັ້ນກອງປະຊຸມຄັ້ງນີ້ຈະໄດ້ດຳເນີນການຄົ້ນຄ້ວາ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງນະຄອນຫລວງວຽງຈັນຄື: ພິຈາລະນາ ແລະ ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈຳປີ 2019, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດປະຈຳປີ 2018, ຮັບຮອງເອົາບົດລາຍງານການເຄື່ອນໄຫວຂອງອົງການໄອຍະການ ແລະ ສານປະຊາຊົນປະຈຳປີ 2018, ນອກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ, ຊີ້ແຈງບາງບັນຫາສຳຄັນ ແລະ ພົ້ນເດັ່ນຂອງນະຄອນຫລວງວຽງຈັນ ຄື: ບັນຫາການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກບາງໂຄງການພັດທະນາ, ບັນຫາການໃຊ້ສານເຄມີ, ການສ້າງມົນລະພິດຕໍ່ສິ່ງແວດລ້ອມ, ການຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຕະຫລາດ, ບັນຫາການອອກໃບຕາດິນ, ການກໍ່ສ້າງເສັ້ນທາງບໍ່ໄດ້ມາດຕະຖານ ແລະ ຊັກຊ້າ, ການຕິດຕາມກວດກາການເກັບລາຍຮັບຄ່າທຳນຽມຕ່າງໆຢູ່ຂັ້ນເມືອງ, ຂັ້ນບ້້ານ, ບັນຫາການດຳເນີນຄະດີຊັກຊ້າ, ການແກ້ໄຂບັນຫາຢາເສບຕິດ ແລະ ບາງບັນຫາສຳຄັນອີກຈຳນວນໜຶ່ງ ທີ່ພົວພັນເຖິງບັນຫາພົ້ນເດັ່ນໃນການຄຸ້ມຄອງບໍລິຫານລັດທາງດ້ານເສດຖະກິດ-ສັງຄົມ.