ຮ້ານອາຫານສວນນ້ຳພຸ (Namphou Park ) ຈັດກິດຈະກຳຢ້ອນຍຸກຕ້ອນຮັບປີ 2019

ໃນວັນທີ 24-31 ທັນວານີ້, ຮ້ານອາຫານສວນນໍ້າພຸໄດ້ຈັດກິດຈະກໍາຢ້ອນຍຸກຂຶ້ນ, ເພື່ອຕ້ອນຮັບປີໃໝ່ 2019 ແລະ ເພື່ອເຮັດໃຫ້ພາບບັນຍາກາດກິດຈະກໍາ ແບບສະໄໝກ່ອນກັບຄືນມາສະທ້ອນໃຫ້ຄົນໃນປັດຈຸບັນເຫັນ, ໃນງານຈະໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກສິລະປະທີ່ມີຊື່ສຽງ, ແລະ ນັກຮ້ອງຊື່ດັງຂອງລາວ ເຊ່ັນ: ສາວແພັດ ເພັດດາວອນ ແລະ ນັກຮ້ອງຂອງລາວອີກຫຼາຍໆທ່ານ, ລວມທັງນັກຮ້ອງເພື່ອນບ້ານຈາກປະເທດໄທ.

ສໍາລັບຜູ້ເຂົ້າຮ່ວມງານພຽງແຕ່ຊື້ຜະລິດຕະພັນເບຍລາວ ແກ້ວນ້ອຍ ຈໍານວນ 6 ແກ້ວ ຫຼືແກ້ວໃຫຍ່ 4 ແກ້ວ ແມ່ນຈະໄດ້ຮັບຄູປ໋ອງ 1 ໃບ ເພື່ອຮ່ວມຫຼິ້ນເກມທີ່ມ່ວນຊື່ນ ເປັນຕົ້ນ : ຊັດປູມເປົ້າ, ຄີບຕຸກກະຕາ, ແກວ່ງໝາກບານໃຫ້ຄົນຕົກນໍ້າ ແລະ ກິດຈະກໍາ ອື່ນໆອີກຫຼາກຫຼາຍ. ນອກນີ້, ຍັງມີໂປຣໂມຊັນຊື້ ເບຍລາວ 12 ແກ້ວ ແຖມ 3 ແກ້ວ, ສ່ວນ ອາຫານກໍຈະມີສ່ວນຫຼຸດ 10%.

ສະເພາະວັນທີ 24 ມື້ເປີດງານ ແລະ 31 ມື້ປິດງານ ແມ່ນຈະແບ່ງເປັນ 2 ໂຊນຄື: ໂຊນດ້ານໜ້າເວທີ ຈະຂາຍປີ້ລະ 1 ລ້ານກີບ ສາມາດເຂົ້າ ໄດ້ 6 ທ່ານ, ແຖມ ອາຫານ 3 ຢ່າງ ປະກອບມີ ປາແຊວມ້ອນ, ປີ້ງໝູກະທຽມ ແລະ ຍໍາປາມຶກ ແລະ ເຫຼົ້າຈອນນີ່ 1 ແກ້ວ, ສ່ວນໂຊນດ້ານຫຼັງແມ່ນບໍ່ໄດ້ເສຍຄ່າ, ເລີ່ມແຕ່ເວລາ 18:00-21:30. ທ່ານສາມາດໂທ ຈອງໂຕະໄດ້ທີ່ເບີ : 021 260936. 020 5858 6464, 020 55542626.
www.namphoupark.com, facebook: Namphou km0.