ປະໂຫຍກພາສາອັງກິດໃຊ້ສະແດງຄວາມເສຍໃຈ
ການສູນເສຍ ຫລື ເຫດການບໍ່ດີເປັນເລື່ອງທີ່ມະນຸດເຮົາຫລີກເວັ້ນບໍ່ໄດ້ ມື້ນີ້ພວກເຮົາຈຶ່ງລວມປະໂຫຍກສະແດງຄວາມເສຍໃຈໃນພາສາອັງກິດມາແນະນຳ.
– ສະແດງຄວາມເສຍໃຈ :I’m sorry that …
I’m sorry that you failed your exam. ຂ້ອຍເສຍໃຈນຳເດີ້ທີ່ເຈົ້າສອບເສັງບໍ່ຜ່ານ.
ຫລື ຖ້າຢາກໃຫ້ຮູ້ວ່າເສຍໃຈຫລາຍ, ເສຍໃຈສຸດໆ, ເສຍໃຈຢ່າງສຸດຊຶ້ງ ກໍຕື່ມຄຳເຫລົ່ານີ້ຕື່ມໃສ່ໄດ້ເລີຍ ເຊັ່ນ : so, very, extremely, terribly , awfully, really ເຊັ່ນ : I’m terribly sorry that you didn’t get the job. ຂ້ອຍເສຍໃຈນຳຫລາຍໆທີ່ເຈົ້າພາດວຽກນັ້ນໄປ.
ນອກຈາກນີ້ຍັງມີປະໂຫຍກອື່ນໆທີ່ໃຊ້ເວົ້າເພື່ອສະແດງຄວາມເສຍໃຈ ເຊັ່ນ : I am here for you. Please let me know if I can help in any way. ຂ້ອຍຢູ່ບ່ອນນີ້ເພື່ອເຈົ້າ ກະລຸນາບອກໃຫ້ຂ້ອຍຮູ້ຖ້າມີສິ່ງໃດທີ່ຂ້ອຍຈະຊ່ວຍໄດ້.
Please remember that you are not alone. We are always here for you. ຈົ່ງຈື່ໄວ້ວ່າເຈົ້າບໍ່ໄດ້ຢູ່ພຽງລຳພັງ ພວກເຮົາຢູ່ບ່ອນນີ້ສະເໝີເພື່ອເຈົ້າ.
Please accept my deepest condolences. ກະລຸນາຮັບຄວາມເສຍໃຈຢ່າງສຸດຊຶ້ງຈາກຂ້ອຍດ້ວຍ.
You have my deepest, sincerest sympathy. ຂ້ອຍເສຍໃຈນຳທ່ີສຸດ.
I wish I had the right words, just know I care. ຂ້ອຍຫວັງວ່າຂ້ອຍຈະມີຄຳເວົ້າທີ່ດີກ່ວານີ້, ແຕ່ຮູ້ໄວ້ວ່າຂ້ອຍເປັນ ຫ່ວງ.
I’m not sure what to say, but I want you to know I care. ຂ້ອຍບໍ່ຮູ້ວ່າຈະເວົ້າຫຍັງດີ, ແຕ່ຢາກໃຫ້ຮູ້ວ່າຂ້ອຍເປັນຫ່ວງ.
My heart goes out to you during this difficult time. ຂ້ອຍເປັນກຳລັງໃຈໃຫ້ເຈົ້າເດີ້ໃນຍາມຍາກລຳບາກແບບນີ້.
I’m sorry for your loss. ຂ້ອຍເສຍໃຈນຳການສູນເສຍຂອງເຈົ້າເດີ້.
I am praying for you during your time of loss. ຂ້ອຍພາວະນາໃຫ້ເຈົ້າຜ່ານພົ້ນຊ່ວງເວລາແຫ່ງການສູນເສຍນີ້ໄປ ໃຫ້ໄດ້ເດີ້.
Sharing in your sorrow.With love and friendship.ຂໍແບ່ງປັນຄວາມໂສກເສົ້າດ້ວຍຮັກ ແລະ ມິດຕະພາບ.
Time will heal your pain. ເວລາຈະຊ່ວຍບັນເທົາຄວາມເຈັບປວດໃຫ້ເຈົ້າໄດ້.
– ສະແດງຄວາມເຫັນອົກເຫັນໃຈ :
It’s a shame that …/ It’s a pity that … ຫລື What a shame that … / What a pity that …
It’s a shame that you failed your exam. But you can try again later.
It’s a pity that you cann’t come to the party. Hope to see you next time. ໜ້າເສຍດາຍທີ່ເຈົ້າມາຮ່ວມງານລ້ຽງສັງສັນນຳບໍ່ໄດ້ ຫວັງວ່າເທື່ອໜ້າຈະໄດ້ພົບເຈົ້າເດີ້
ນອກຈາກນີ້ຍັງມີປະໂຫຍກທີ່ໃຊ້ເວົ້າເພື່ອສະແດງຄວາມເຫັນອົກເຫັນໃຈອີກ ເຊັ່ນ : I can’t imagine what you’re going through right now. ຂ້ອຍນຶກບໍ່ອອກເລີຍວ່າຕອນນີ້ເຈົ້າຕ້ອງພົບກັບຫຍັງແດ່.
I know it must be hard for you. ຂ້ອຍຮູ້ວ່າມັນເປັນເຫດການທີ່ຍາກສຳລັບເຈົ້າ.
– ສະເໜີໂຕເພື່ອຊ່ວຍເຫລືອ :
I’m here for you if you need anything. ຂ້ອຍຢູ່ບ່ອນນີ້ເດີ້ຖ້າເຈົ້າຕ້ອງການຫຍັງ.
Tell me what I can do for you. ບອກມາໄດ້ເລີຍເດີ້ວ່າຂ້ອຍຈະເຮັດຫຍັງໃຫ້ເຈົ້າໄດ້ແດ່.
I don’t know how you feel, but I am here to help in anyway I can. ຂ້ອຍບໍ່ຮູ້ດອກວ່າເຈົ້າຮູ້ສຶກແນວໃດແດ່, ແຕ່ຂ້ອຍຢູ່ບ່ອນນີ້ພ້ອມຊ່ວຍເຫລືອເຈົ້າເດີ້.