ເອຊີ ມິລານ ຍື່ນອຸທອນຕໍ່ສານກິລາໂລກ ເລື່ອງຖືກ ຢູຟາ ລົງໂທດເຮັດຜິດກົດການເງິນ

ເອຊີ ມິລານ ຍື່ນອຸທອນຕໍ່ສານກິລາໂລກ ເລື່ອງຖືກ ຢູຟາ ລົງໂທດເຮັດຜິດກົດການເງິນ - 49175742 2010873968993312 732248029402234880 n - ເອຊີ ມິລານ ຍື່ນອຸທອນຕໍ່ສານກິລາໂລກ ເລື່ອງຖືກ ຢູຟາ ລົງໂທດເຮັດຜິດກົດການເງິນ
ເອຊີ ມິລານ ຍື່ນອຸທອນຕໍ່ສານກິລາໂລກ ເລື່ອງຖືກ ຢູຟາ ລົງໂທດເຮັດຜິດກົດການເງິນ - kitchen vibe - ເອຊີ ມິລານ ຍື່ນອຸທອນຕໍ່ສານກິລາໂລກ ເລື່ອງຖືກ ຢູຟາ ລົງໂທດເຮັດຜິດກົດການເງິນ

        ໃນຕົ້ນອາທິດນີ້ ສະໂມສອນບານເຕະ ເອຊີ ມິລານ ທີມຊັ້ນນຳໃນລີກສູງສຸດອີຕາລີ ແລະ ລະດັບໂລກ ໄດ້ຍື່ນອຸທອນຕໍ່ສານກິລາໂລກ ຫລື Court Arbitration of Sport (CAS) ເພື່ອສູ້ຄະດີເລື່ອງຖືກສະຫະພັນບານເຕະເອີຣົບ ຫລື ຢູຟາ ລົງໂທດວ່າ: ເຮັດຜິດກົດລະບຽບການບໍລິຫານດ້ານການເງິນ ຫລື Financial Fair Play (FFP).

        ກ່ອນອື່ນຕ້ອງເຂົ້າໃຈວ່າ: ກົດລະບຽບການບໍລິຫານດ້ານການເງິນ ຫລື Financial Fair Play (FFP) ຂອງ ຢູຟາ ແມ່ນຫຍັງ ? ໝາຍເຖິງຂໍ້ບັງຄັບລັກສະນະຕັກເຕືອນການໃຊ້ຈ່າຍເງິນຂອງສະໂມສອນບໍ່ໃຫ້ຂາດດຸນເຊັ່ນ: ລາຍຮັບກັບລາຍຈ່າຍຂອງສະໂມສອນ, ຢູຟາ ຢືນຢັນກວດພົບວ່າ: ສະໂມສອນ ເອຊີ ມີລານ ໃຊ້ຈ່າຍເງິນເກີນລາຍຮັບຂອງຕົນເອງ ແຕ່ບໍ່ເປີດເຜີຍຂາດດຸນຫລາຍປານໃດ ? ຊຶ່ງ ຢູຟາ ໄດ້ລົງໂທດບໍ່ໃຫ້ ເອຊີ ມີລານ ລົງທະບຽນນັກເຕະໃນການແຂ່ງຂັນລະດັບທະວີບຈາກ 25 ຄົນເຫລືອ 21 ຄົນ ໃນ 2 ລະດູການຕໍ່ໄປ, ຢຶດເງິນລາຍຮັບຈາກການແຂ່ງຂັນ ຢູໂຣປາ ໃນລະດູການນີ້ 12 ລ້ານປອນ.

ເອຊີ ມິລານ ຍື່ນອຸທອນຕໍ່ສານກິລາໂລກ ເລື່ອງຖືກ ຢູຟາ ລົງໂທດເຮັດຜິດກົດການເງິນ - Visit Laos Visit SALANA BOUTIQUE HOTEL - ເອຊີ ມິລານ ຍື່ນອຸທອນຕໍ່ສານກິລາໂລກ ເລື່ອງຖືກ ຢູຟາ ລົງໂທດເຮັດຜິດກົດການເງິນ

       ກົດລະບຽບການບໍລິຫານດ້ານການເງິນຂອງ ຢູຟາ ຫລື UEFA Financial Fair Play (FFP) ເລີ່ມປະຕິບັດມາແຕ່ປີ 2009 ໃນຍຸກປະທານ ມິເຊວ ປາຕີນີ້ ຊຶ່ງໄດ້ຮັບການຍ້ອງຍໍເປັນແນວຄິດ ແລະ ກົດລະບຽບທີ່ດີ ເພື່ອບໍ່ໃຫ້ສະໂມສອນບານເຕະເກີດບັນຫາຂາດງົບປະມານບໍລິຫານ ຈົນເປັນສາເຫດເຮັດໃຫ້ທີມລົ້ມລະລາຍ.

        ການລົງໂທດ-ປັບໄຫມຂອງ ຢູຟາ ຫລັກໆຄືການຕັດສິດອອກຈາກການແຂ່ງຂັນລາຍການລະດັບທະວີບເຊັ່ນ: ຢູຟາ ແຊມປ້ຽລີກ ແລະ ຢູໂຣປາລີກ, ການປັບໄຫມເງິນ, ການຢຶດເງິນລາງວັນຈາກການແຂ່ງຂັນລາຍການລະດັບທະວີບ ແລະ ຈຳກັດການລົງທະບຽນນັກເຕະໃນການແຂ່ງຂັນລະດັບທະວີບຈາກ 25 ຄົນເຫລືອ 21 ຄົນ (ໝາຍວ່າເສຍໂກຕ້າ ແລະ ລາຍໄດ້ໄປໃນໂຕ).

        ກ່ອນໜ້ານີ້ ມີຫລາຍສະໂມສອນພົບກັບຂໍ້ຫາດຽວກັນກັບ ເອຊີ ມິລານ ຂຶ້ນກັບກໍລະນີຫລາຍໜ້ອຍໜັກເບົາຕ່າງກັນ ເປັນຕົ້ນສະໂມສອນ ແມນເຊັສເຕີ ຊິຕີ້, ປາຣີ ແຊງແຊກແມັງ, ເຊນິດ ເຊັນປີເຕີສະເບີກ ແລະ ເຟເນບາເຊ້.

ເອຊີ ມິລານ ຍື່ນອຸທອນຕໍ່ສານກິລາໂລກ ເລື່ອງຖືກ ຢູຟາ ລົງໂທດເຮັດຜິດກົດການເງິນ - 3 - ເອຊີ ມິລານ ຍື່ນອຸທອນຕໍ່ສານກິລາໂລກ ເລື່ອງຖືກ ຢູຟາ ລົງໂທດເຮັດຜິດກົດການເງິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!